ລັດຖະມົນຕີການຕ່າງປະເທດອາເມລິກາຢືນຢັນການເຈລະຈາກັບສປປ.ເກົາຫຼີ ໄດ້ບັນລຸຄວາມຄືບໜ້າແລະມີປະສິດທິຜົນ

(VOVWORLD) -  ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 07 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ຢືນຢັນວ່າ:
ລັດຖະມົນຕີການຕ່າງປະເທດອາເມລິກາຢືນຢັນການເຈລະຈາກັບສປປ.ເກົາຫຼີ ໄດ້ບັນລຸຄວາມຄືບໜ້າແລະມີປະສິດທິຜົນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: AFP/TTXVN )

ບັນດາການພົບປະແລກປ່ຽນກັບຄູ່ຕຳແໜ່ງ ສປປ.ເກົາຫຼີ ກ່ຽວກັບເລື່ອງທຳລາຍສາງອາວຸດນິວເຄຼຍຂອງ ພຽງຢາງ ແມ່ນມີ “ປະສິດທິຜົນທີ່ສຸດ”. ເຖິງຢ່າງໃດກໍ່ຕາມ, ທ່ານ Pompeo ບໍ່ເຜີຍໃຫ້ຮູ້ລະອຽດຕໍ່ວົງການນັກຂ່າວກ່ຽວກັບເລື່ອງ ສປປ.ເກົາຫຼີ ມີແຜນການຜັນຂະຫຍາຍປະຕິບັດຄືແນວໃດ ສຳລັບຄຳໝັ້ນສັນຍາ “ປອດນິວເຄຼຍ”. ຕາມທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ແລ້ວ, ບັນດາການແລກປ່ຽນລະຫວ່າງ 2 ຝ່າຍໄດ້ເລັ່ງໃສ່ບັນດາເນື້ອໃນທີ່ “ສັບສົນ” ແຕ່ 2 ຝ່າຍບັນລຸໄດ້ “ຄວາມຄືບໜ້າໃນບັນດາບັນຫາຈຸດສຸມເກືອບທັງໝົດ”. ເຖິງວ່າ ຍັງມີບາງເລື່ອງ ຊຶ່ງທັງ ວໍຊິງຕັນ ແລະ ພຽງຢາງຄວນສືບຕໍ່ສ້າງສຳເລັດ.

        ແລະກໍ່ໃນວັນທີ 07 ກໍລະກົດ, ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໄດ້ອອກຖະແຫຼງການທີ່ສະແດງໃຫ້ເຫັນ “ຄວາມເສຍດາຍ” ກ່ຽວກັບໝາກຜົນແຫ່ງການເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Pompeo, ພ້ອມທັງ ກ່າວຫາອຳນາດການປົກຄອງ ອາເມລິກາ ຍົກອອກບັນດາຄຳຮຽກຮ້ອງພຽງລຳພັງຝ່າຍດຽວກ່ຽວກັບບັນຫານິວເຄຼຍຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ