ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ G7 ອອກ​ຖະ​ແຫຼງ​ການ​ກ່າວ​ປະ​ນາມ​ສ​ປ​ປ.ເກົາຫຼີ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ລູກ​ສອນ​ໄຟ​ນຳ​ວິ​ຖີ

(VOVWORLD) - ຕາມຖະແຫຼງການຮ່ວມແລ້ວ, ເຫດຍິງດາວທຽມຂອງ ສປປ.ເກົາຫຼີ ໄດ້ລະເມີດຫຼາຍມະຕິຂອງສະພາຄວາມໝັ້ນຄົງ ສປຊ ແລະ ແມ່ນຄວາມນາບຂູ່ທີ່ຮ້າຍແຮງຕໍ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສາກົນ.



ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ G7 ອອກ​ຖະ​ແຫຼງ​ການ​ກ່າວ​ປະ​ນາມ​ສ​ປ​ປ.ເກົາຫຼີ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ ລູກ​ສອນ​ໄຟ​ນຳ​ວິ​ຖີ - ảnh 1ພາບປະກອບ: vov.vn

ວັນທີ 24 ສິງຫາ, ລັດຖະມົນຕີບັນດາປະເທດ ກຸ່ມ 7 ພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ໄດ້ອອກຖະແຫຼງການຮ່ວມ ກ່າວປະນາມເຫດຍິງດາວທຽມຂອງ ສປປ.ເກົາຫຼີ ໂດຍນຳໃຊ້ເຕັກໂນໂລຢີລູກສອນໄຟນຳວິຖີ.

ຕາມຖະແຫຼງການຮ່ວມແລ້ວ, ເຫດຍິງດາວທຽມຂອງ ສປປ.ເກົາຫຼີ ໄດ້ລະເມີດຫຼາຍມະຕິຂອງສະພາຄວາມໝັ້ນຄົງສປຊ ແລະ ແມ່ນຄວາມນາບຂູ່ທີ່ຮ້າຍແຮງຕໍ່ສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ແລະ ສາກົນ.

ຖະແຫຼງການຮ່ວມໄດ້ເນັ້ນໜັກວ່າ ໂດຍບໍ່ຫົວຊາຕໍ່ບັນດາຄວາມຮຽກຮ້ອງ ຢ່າງຕໍ່ເນື່ອງຂອງປະຊາຄົມສາກົນ, ສປປ.ເກົາຫຼີ ຍັງສືບຕໍ່ບັນດາການກະທຳປິນຂັ້ນໄດ ຜ່ານ ການຍິງລູກສອນໄຟນຳວິຖີທີ່ບັນລຸລະດັບສະຖິຕິຫຼາຍເທື່ອ, ຜ່ານນັ້ນສະແດງໃຫ້ເຫັນຄວາມຕັດສິນໃຈຂອງປະເທດນີ້ເພື່ອແນໃສ່ຊຸກຍູ້ ແລະ ຫັນພະລັງງານນິວເຄຼຍ ແລະ ລູກສອນໄຟນຳວິທີຂອງຕົນເປັນຫຼາຍຮູບແບບ. ລັດຖະມົນຕີບັນດາປະເທດ G7 ອີກຄັ້ງໜຶ່ງຮຽກຮ້ອງໃຫ້ ສປປ.ເກົາຫຼີ ຈົ່ງປະລະອາວຸດນິວເຄຼຍ ແລະ ໂຄງການນິວເຄຼຍຂອງປະເທດນີ້ ກໍ່ຄືທຸກໂຄງການອາວຸດລ້າງຜານຕ່າງໆ ແລະ ໂຄງການລູກສອນໄຟນຳວິຖີຂອງຕົນ ພ້ອມທັງປະຕິບັດຕາມທຸກມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ