ລັດຖະມົນຕີປ້ອງກັນຊາດ ຟຸ່ງກວາງແທງ ຕ້ອນຮັບຜູ້ອຳນວຍການ ອົງການປ້ອງກັນຄວາມສະຫງົບ ລັດເຊຍ

ລັດຖະມົນຕີປ້ອງກັນຊາດ ຟຸ່ງກວາງແທງ ຕ້ອນຮັບຜູ້ອຳນວຍການ ອົງການປ້ອງກັນຄວາມສະຫງົບ ລັດເຊຍ - ảnh 1
ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ
​ຕ້ອນຮັບ​ຜູ້ອຳ​ນວຍການ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ​ລັດ​ເຊຍ
(ພາບ: qdnd.vn)


(vovworld) - ວັນ​ທີ 03/04, ຢູ່​ສຳນັກງານ​ກະຊວງ​ປ້ອງ​ກັນ​ຊາດ, ທ່ານ​ພົນ​ເອກ ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ A.V Bortonicop, ຜູ້ອຳ​ນວຍການ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສະຫະພັນ​ລັດ​ເຊຍ ມາ​ຢ້ຽມຢາມ​ ​ແລະ ​ເຮັດວຽກ​ຢູ່​ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 02 – 04/04. ທ່ານ​ລັດຖະມົນ​ຕີ ຟຸ່ງກວາງ​ແທງ ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ, ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ ຈະ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ມິດຕະພາບ​, ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ, ປະຊາຊົນ 2 ປະ​ເທດ, ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະເທດຫວຽດນາມ ​ແລະ ອົງ​ການປ້ອງ​ກັນ​ຄວາມ​ສະຫງົບສະຫະພັນ​ລັດ​ເຊຍ. ທີ່​ການ​ຕ້ອນຮັບ, 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ປະກອບສ່ວນ​ຮັກສາ​ສັນຕິພາບ, ຄວາມ​ໝັ້ນຄົງ​ໃນ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

ຂ່າວ/ບົດ​ອື່ນ