ລັດຖະມົນຕີວ່າການກະຊວງກະສິກຳແລະພັດທະນາຊົນນະບົດອະພິປາຍກ່ຽວກັບການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່

ລັດຖະມົນຕີວ່າການກະຊວງກະສິກຳແລະພັດທະນາຊົນນະບົດອະພິປາຍກ່ຽວກັບການສ້າງໂຄງປະກອບຂະແໜງກະສິກຳຄືນໃໝ່ - ảnh 1
ຫົວ​ໜ້າກ​ຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ ສະ​ພາ​ແຫ່ງ​ຊາດ ຫງວຽນ​ວັນ​ເຢົາ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: An Đăng/TTXVN)

(vovworld) –  ​​​​ຕອນ​ເຊົ້າ​ວັນ​ທີ 31/12, ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ ສ​ະ​ພາ​ແຫ່ງ​ຊາດ ຈັດ​ວາ​ລະ​ປະ​ຊຸມ​ອະ​ພິ​ປາຍ​ດ້ວຍ​ຫົວ​ຂໍ້ “ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ກະ​ສິ​ກຳ​ຄືນ​ໃໝ່: ຍົກ​ສູງ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ ແລະ ກຳ​ລັງ​​ແກ່​ງ​ແຍ້ງ​ຂອງ​ຜະ​ລິດ​ຕະ​ພັນ​ກ​ະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ຂອງ ຫວຽດ​ນາມ”, ເພື່ອ​ແນ​ໃສ່​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ເພີ່ມ​ທະ​ວີ​ການ​ອະ​ພິ​ປາຍ​ຢູ່​ສະ​ພາ​ຊົນ​ເຜົ່າ ແລະ ບັນ​ດາ​ກຳ​ມາ​ທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ກ່ຽວ​ກັບ​ບາງ​ການ​ປັບ​ປຸງ, ປ່ຽນ​ໃໝ່​ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ. ​ລາຍ​​ງາ​ນ​ສະ​ພາບ​ການ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່​ທີ່​ວາ​ລະ​ອະ​ພິ​ປາຍ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ກາວ​ດຶກ​ຟາດ​ໃຫ້​ຮູ້​ວ່າ: ພາຍຫຼັງ 1 ປີ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​ຮ່າງ “ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ກະ​ສິ​ກຳ​ຄືນ​ໃໝ່​ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ”, ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​​ຜະ​ລິດສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ຕາ​ມ​ທິດ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ແຕ່​ລະ​ທ້ອງ​ຖີ່ນ ແລະ ທົ່ວ​ປະ​ເທດ, ຕິດ​ພັນ​ກັບ​ຕະຫຼາດ, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ໄດ້​ຮັບ​ການ​ຍູ້​ແຮງ… ການ​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ໝາກ​ຜົນ​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ຂອງ​ທົ່ວ​ຂ​ະ​ແໜງຄືນ​ໃໝ່. ປີ 2014, ຜະ​ລິດ​​ຕະ​ພັນກະ​ສິ​ກຳ​ເຕີບ​ໂຕ​ດ້ວຍ​ລະ​ດັບ​ສູງ, ມູນ​ຄ່າ​ການ​ຜະ​ລິດ​ເພີ່​ມ​ຂຶ້ນ 3,9%. ຍອດ​ວົງ​ເງິນ​ສົ່ງ​ອອ​ກ​ທົ່ວ​ຂະ​ແໜງ​ຄາດ​ວ່າ​ບັນ​ລຸກ່​ວາ 30,8 ຕື້ USD, ເພີ່ມ​ຂຶ້ນ 11% ເມື່ອ​ທ​ຽບ​ໃສ່​ປີ 2013. ທ່ານ ກາວ​ດຶກ​ຟາດ, ໃຫ້​ຮູ້​ວ່າ​:

        “ສຳ​ລັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ດ້ານ​ໜຶ່ງ​ພວກ​ເຮົາ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ວ່າ​ດ້ວຍ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ​ທີ່​ສ​ະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ພ້ອມ​ກັ​ບກະ​ຊ​ວງວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ, ດ້ານ​ອື່ນ​ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ໄລ​ຍະ​ຈະ​ມາ​ເຖິງ ບົດ​ບາດ​ຂອງວິ​ສາ​ຫະ​ກິດ​ແມ່ນ​ໃຫຍ່ຫຼວງ, ພວກ​ຂ້າ​ພະ​ເຈົ້າ​ມີ​ແຜນ​ນະ​ໂຍ​ບາຍ​ພ້ອມ​ກັບ​ກະ​ຊວງວິ​ທະ​ຍາ​ສາດ​, ເຕັກ​ໂນ​ໂລ​ຢີ​ຜັນ​ຂະ​ຫຍາຍ​ຂໍ້​ສະ​ເໜີ​ເພີ່ມ​ເຕີມ​ບັນ​ດາ​ນະ​ໂຍ​ບາຍ​ໃໝ່, ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເຂົ້າ​ໃນ​ການ​ຄົ້ນ​ຄ້​ວາ​ຖ່າຍ​ທອດ ແລະ ນຳ​ໃຊ້​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ​ພ້ອມ​ທັງ​ສົ່ງ​ເສີມ​ການ​ຮ່ວມ​ສຳ​ພັນ​ຂອງ​ບັນ​ດາ​ອົງ​ການ​ແຫ່ງ​ລັດ​ກັບ​ບັນ​ດາ​ວິ​ສາ​ຫະ​ກິດ”




ຂ່າວ/ບົດ​ອື່ນ