ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຫລຸດຜ່ອນເວລາປະຕິບັດງານຢູ່ເອີລົບຍ້ອນອຸບັດຕິເຫດ

ລັດຖະມົນຕີວ່າການກະຊວງການຕ່າງປະເທດອາເມລິກາຫລຸດຜ່ອນເວລາປະຕິບັດງານຢູ່ເອີລົບຍ້ອນອຸບັດຕິເຫດ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ
John Kerry
(ພາບ: Reuters)

(vovworld) – ​​​​ ວັນ​ທີ 31/5, ພາຍຫຼັງ​ຖືກ​ອຸ​ບັດ​ຕິ​ເຫດ​ຢູ່ ຝ​ຣັ່ງ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ຕ້ອງ​​ຫ​ລຸດ​ຜ່ອນ​ເວ​ລາ​ປະ​ຕິ​ບັດ​ງານ​ຢູ່ ເອີ​ລົບ ແລະ ກະ​ກຽມ​ກັບ​ເມືອ ອາ​ເມ​ລິ​ກາ ເພື່ອ​ປິ່ນ​ປົວ. ປະ​ຈຸ​ບັນ, ​ອາ​ການ​ສຸ​ຂະ​ພາບ​ຂອງທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ເປັນ​ປົກ​ກະ​ຕິ. ທ່ານ John Kerry ກັບ​ເມືອ Boston, ລັດ Massachusetts, ປະ​ເທດ ອາ​ເມ​ລິ​ກາ ໃນ​ວັນ​ທີ 31/5 ແລະ ປິ່ນ​ປົວ​ຢູ່ ໂຮງ​ໝໍ​ສັງ​ລວມ Massachusetts. ຕາມ​ແຜນ​ການ​ໃນ​ເບື້ອງ​ຕົ້ນ​ແລ້ວ, ວັນ​ທີ 31/5, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ ​ໄປ​ຍັງ​ນະ​ຄອນຫຼວງ Madrid ຂ​ອງ ປ​ອກ​ຕູຍ​ການ ເພື່ອ​ເຂົ້າ​ຢ້ຽມ​ຂ​່ຳ​ນັບ​ເຈົ້າ​ຊີ​ວິດ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດນີ້ ກ່ອນ​ທີ່​ໄປ​ຍັງ ປາ​ຣີ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ທະ​ກັນ​ຢູ່ ຊີ​ຣີ ກໍ່​ຄືບັ້ນ​ຮົບ​ຕ້າ​ນ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ. ທ່ານ John Kerry ​ຍັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຢູ່ ປາ​ຣີ ໂດຍ​ທາງ​ອ້ອມ.


ຂ່າວ/ບົດ​ອື່ນ