ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາໄປປະຕິບັດງານຢູ່ອາຊີຕາເວັນອອກສ່ຽງເໜືອໃນອາທິດຈະມາເຖິງ

ລັດຖະມົນຕີວ່າການກະຊວງປ້ອງກັນປະເທດອາເມລິກາໄປປະຕິບັດງານຢູ່ອາຊີຕາເວັນອອກສ່ຽງເໜືອໃນອາທິດຈະມາເຖິງ - ảnh 1
ທ່ານລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter
(ພາບ: TTXVN)


(vovworld) – ທ່ານລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ Ashton Carter ຈະ​​ໄປ​ປະຕິບັດ​ງານ​ເປັນ​ເວລາ 4 ວັນ​​ເຖິງ​ຍີ່ປຸ່ນ ​ແລະ ສ.​ເກົາຫຼີ ​ໃນ​ອາທິດ​ໜ້າ. ນີ້​ຈະ​ແມ່ນ​ການ​ໄປ​ປະຕິບັດ​ງານ​ຄັ້ງທຳ​ອິດ​ຂອງ​ທ່ານ Carter ​ເຖິງ​ເຂດອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ ນັບ​ແຕ່​ທ່ານ​ຮັບ​ດຳລົງ​ຕຳ​ແໜ່​ງ​ເມື່ອ​ເດືອນ 02 ຜ່ານ​ມາ. ກະຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ, ວັນ​ທີ 07/04, ທ່ານ Carter ຈະ​ໄປ​ເຖິງ​ຍີ່ປຸ່ນ ພົບ​ປ​ະກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ປະ​ເທດ​ນີ້​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ການ​ກຳນົດ​ທິດ​​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ດ້ານ​ປ​້ອງກັນ​ປະ​ເທດ​ລະຫວ່າງ 2 ປະ​ເທດ, ​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​ທາງ​ການ​ໃນ​ເກືອ​ນ 04 ນີ້. ຄາດ​ວ່າ, ວັນ​ທີ 09/04, ຢູ່​ນະຄອນຫຼວງ​ເຊີ​ອູ​ນ, ທ່ານ Carter ຈະ​ມີ​ການ​ພົບ​ປະ​ເຈລະຈາ​ກັບ​ຜູ້​ຮ່ວມ​ຕຳ​ແໜ່​ງ Han Min koo ​ແລະ ພົບ​ປະ​ເຈລະຈາ​ກັບ​ທ່ານ​ນາງ​ປະທານາທິບໍດີ Park Geun hye. 2 ຝ່າຍ​ຈະ​ປຶກສາ​ຫາລື​ຫຼາຍ​ບັນຫາ 2 ຝ່າຍ, ບັນຫາ​ນິວ​ເຄຼຍຂອງ ສປປ.​ເກົາຫຼີ ​ແລະ ​ເພີ່ມ​ທະວີ​ການ​ພົບ​ພັນ​ສຳ​ພັດ​ທະ​ມິດ​ອາ​ເມ​ລິ​ກາ - ສ.​ເກົາຫຼີ, ວັນ​ທີ 11/04 ທ່ານ Carter ​ຈະ​ພົບ​ປະ​ກັບ​ຜູ້​ບັນຊາ​ການ​ທະຫານປາຊີ​ຟິກ ຂອງ​ອາ​ເມ​ລິ​ກາ​ຢູ່ Hawaii. ນອກຈາກ​ນັ້ນ, ​ໃນ​ເດືອນ 05 ຈະ​ມາ​ເຖິງ, ທ່ານ Carter ຈະ​ກັບ​ຄືນ​ເຂດອາຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ປະຈຳ​ປີ Shangri La ຢູ່​ສິງກະ​ໂປ.
ຂ່າວ/ບົດ​ອື່ນ