ລັດຖະສະພາ ເອີຣົບ ຮັບຮອງເອົາມະຕິສະໜັບສະໜູນຫຼັກໝັ້ນຂອງ ອີຢູ ກ່ຽວກັບ Brexit

(VOVWORLD) - ດ້ວຍບັດສະໜັບສະໜູນ 544 ບັດ, ບັດຄ້ານ 126 ບັດ ແລະ ບັດຂາວ 38 ບັດ, ລັດຖະສະພາ ເອີຣົບ (EP) ໄດ້ຮັບຮອງເອົາມະຕິຢັ້ງຢືນຄືນໃໝ່ການສະໜັບສະໜູນສຳລັບ “ຂໍ້ຕົກລົງ Brexit”, ອັງກິດ ຖອນຕົວອອກຈາກສະຫະພາບ ເອີຣົບ (ອີຢູ) ເຊິ່ງ ອັງກິດ ແລະ ອີຢູ ໄດ້ລົງນາມ.

   ຕາມມະຕິແລ້ວ, ບັນດາສະມາຊິກລັດຖະສະພາ EP ຖືວ່າ: “ຂໍ້ຕົກລົງ Brexit” ແມ່ນຍຸຕິທຳ ແລະ ຮັບປະກັນກ່ຽວກັບດ້ານນິຕິກຳ, ພ້ອມທັງຢືນຢັນຄືນໃໝ່ວ່າ EP ສະໜັບສະໜູນເລື່ອງ ອັງກິດ ຖອນຕົວອອກຈາກ ອີຢູ ຫຼື ເອີ້ນວ່າ Brexit ລ້ວນແຕ່ດຳເນີນໄປຕາມແຜນການທີ່ໄດ້ວາງອອກ. ບັນດາສະມາຊິກລັດຖະສະພາເນັ້ນໜັກວ່າ ຈະບໍ່ເຫັນດີຕໍ່ຂໍ້ຕົກລົງ Brexit ຖ້າຫາກບໍ່ມີຈຸມາດຕາ “ຮົ້ວກີດຂວາງ” ຢູ່ຊາຍແດນເຂດດິນແດນ ອຽກລັງເໜືອ ແລະ ສາທາລະນະລັດ ອຽກລັງ, ພ້ອມທັງ ອັງກິດ ຕ້ອງຮັບຜິດຊອບ ໃນກໍລະນີ Brexit ບໍ່ມີຂໍ້ຕົກລົງ ກໍ່ຄືບັນດາຜົນຮ້າຍທີ່ຕາມມາ.

ຕອບກັບ

ຂ່າວ/ບົດ​ອື່ນ