ລັດ​ຖະ​ສະ​ພາ​ເອີ​ຣົບ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ສຳ​ຄັນ​ກ່ຽວ​ກັບ​ການ​ຟື້ນ​ຟູ​ທຳ​ມະ​ຊາດ

(VOVWORLD) - ວັນທີ 27 ກຸມພາ, ລັດຖະສະພາເອີຣົບ (EP) ໄດ້ເປີດ “ໄຟຂຽວ” ໃຫ້ແກ່ຮ່າງກົດໝາຍສຳຄັນ ແນໃສ່ຟື້ນຟູທຳມະຊາດຂອງສະຫະພາບເອີຣົບ (EU). ຮ່າງກົດໝາຍດັ່ງກ່າວ ໄດ້ຮັບຮອງເອົາດ້ວຍຈຳນວນບັດສະໜັບສະໜູນ 329 ບັດ ແລະ ບັດຂາວ 275 ບັດ.

 ຕາມຮ່າງກົດໝາຍດັ່ງກ່າວແລ້ວ, 27 ປະເທດສະມາຊິກ EU ຕ້ອງຜັນຂະຫຍາຍບັນດາມາດຕະການເພື່ອຟື້ນຟູເນື້ອທີດິນ ແລະ ທະເລ ຢ່າງໜ້ອຍສຸດ 20% ຂອງກຸ່ມໃນປີ 2030. ນີ້ແມ່ນເນື້ອໃນຈຸດສຸມໃນບັນດາເປົ້າໝາຍປົກປັກຮັກສາສິ່ງແວດລ້ອມຂອງ EU ຕາມຂໍ້ຕົກລົງສີຂຽວ, ເຊິ່ງເປັນນະໂຍບາຍທີ່ຊ່ວຍໃຫ້ກຸ່ມບັນລຸໄດ້ບັນດາເປົ້າໝາຍກ່ຽວກັບດິນຟ້າອາກາດ. ການປ່ອນບັດຕໍ່ຮ່າງກົດໝາຍດັ່ງກ່າວ ໄດ້ດຳເນີນພາຍຫຼັງທີ່ ຊາວກະສິກອນໄດ້ແຫ່ຂະບວນປະທ້ວງຢູ່ທົ່ວເອີຣົບໃນຫຼາຍອາທິດຜ່ານມາ.  ໜຶ່ງໃນບັນດາເຫດຜົນທີ່ເຮັດໃຫ້ຊາວກະສິກອນເອີຣົບ ດຳເນີນການແຫ່ຂະບວນປະທ້ວງນັ້ນແມ່ນ ຂໍ້ຕົກລົງສີຂຽວຂອງ EU ເຊິ່ງເຂົາເຈົ້າຖືວ່າ ໄດ້ໃຫ້ເກີດກໍ່ສະພາບອາດຍາສິດຫຼາຍເກີນໄປສຳລັບຊາວກະສິກອນ.

        ກໍໃນວັນທີ 27 ກຸມພາ, ບັນດາສະມາຊິກລັດຖະສະພາ EU ກໍຮັບຮອງເອົາບັນດາຂໍ້ກຳນົດໃໝ່ ເພື່ອແນໃສ່ສະກັດກັ້ນອາດຊະຍາກຳກ່ຽວກັບສິ່ງແວດລ້ອມ.


ຕອບກັບ

ຂ່າວ/ບົດ​ອື່ນ