ລັດ​ເຊຍ ​ກຳ​ນົດ​ວັນ​ເວ​ລາ ຈັດ​ກອງ​ປະ​ຊຸມຄັ້ງ​ປະ​ຖົມ​ມະ​ເລີກ ຂອງ ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່

(VOVWORLD) -ຕາມລັດຖະທຳມະນູນ ແລ້ວ, ສະມາຊິກສະພາແຫ່ງຊາດທີ່ມີອາຍຸສູງທີ່ສຸດ ຈະເປັນຜູ້ໄຂກອງປະຊຸມຄັ້ງປະຖົມມະເລີກຂອງ ສະພາແຫ່ງຊາດຊຸດໃໝ່. ນັບແຕ່ຈຸດເວລານີ້, ສິດໂຮມປະຊຸມຂອງ ສະພາແຫ່ງຊາດຊຸດກ່ອນນັ້ນຈະຖືກຢຸດຕິ.
ລັດ​ເຊຍ ​ກຳ​ນົດ​ວັນ​ເວ​ລາ ຈັດ​ກອງ​ປະ​ຊຸມຄັ້ງ​ປະ​ຖົມ​ມະ​ເລີກ ຂອງ ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່ - ảnh 1ຜູ້ມີສິດເລືອກຕັ້ງໄປບ່ອນປັດເລືອກຕັ້ງ (ພາບ: THX/TTXVN)

ວັນທີ 1 ຕຸລາ. ຕາມລັດຖະທຳມະນູນ ສະຫະພັນ ລັດເຊຍ, ກອງປະຊຸມຄັ້ງປະຖົມມະເລີກຂອງ ສະພາແຫ່ງຊາດຊຸດໃໝ່ ຕ້ອງໄດ້ດຳເນີນໃນມື ທີ 30 ນັບແຕ່ພາຍຫຼັງວັນເລືອກຕັ້ງ, ທ່ານປະທານາທິບໍດີ ລັດເຊຍ ອາດຈະຕັດສິນຈັດຂຶ້ນໄວກ່ວາຕາມການກຳນົດ. ກໍ່ຕາມລັດຖະທຳມະນູນ ແລ້ວ, ສະມາຊິກສະພາແຫ່ງຊາດທີ່ມີອາຍຸສູງທີ່ສຸດ ຈະເປັນຜູ້ໄຂກອງປະຊຸມຄັ້ງປະຖົມມະເລີກຂອງ ສະພາແຫ່ງຊາດຊຸດໃໝ່. ນັບແຕ່ຈຸດເວລານີ້, ສິດໂຮມປະຊຸມຂອງ ສະພາແຫ່ງຊາດຊຸດກ່ອນນັ້ນຈະຖືກຢຸດຕິ.

ການເລືອກຕັ້ງສະພາແຫ່ງຊາດຊຸດທີVIII ຂອງ ສະຫະພັນລັດເຊຍ ໄດ້ດຳເນີນໃນລະຫວ່ງວັນທີ 17 ຫາ ວັນທີ 19 ກັນຍາ. 5 ພັກທີ່ມີບັດເລືອກຕັ້ງຄົບຈຳນວນ  5% ຂຶ້ນໄປຈະຄົບ ເງື່ອນໄຂ ມີທີ່ນັ່ງຢູ່ ສະພາແຫ່ງຊາດຊຸດໃໝ່ ແມ່ນ ພັກ ລັດເຊຍເອກະພາບ, ພັກ ກອມມູນິດ ສະຫະພັນລັດເຊຍ, ພັກປະຊາທິປະໄຕເສລີ, ພັກລັດເຊຍ ຍຸຕິທຳ - ບັນດາຜູ້ທີ່ ຮັກຊາດ - ເພື່ອຄວາມຈິງ ແລະ ພັກ ຄົນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ