ລັດ​ເຊຍ​ ຄັດ​ຄ້ານ​ຝ່າຍ​ຕາ​ເວັນ​ຕົກ​ສະ​ໜອງ​ລູກ​ສອນ​ໄຟ​ໄລ​ຍະ​ໄ​ກ​ໃຫ້​ແກ່​ຢູ​ແກຼນ

(VOVWORLD) -ທ່ານປະທານາທາບໍດີ ອາເມລິກາ Joe Biden ໄດ້ປະກາດແຜນການສະໜອງ ລະບົບລູກສອນໄຟ HIMARS ມີຄວາມແມ່ນຢຳ ສູງໃຫ້ຢູແກຼນ ພາຍຫຼັງຢູແກຼນຮັບປະກັນວ່າ ຈະບໍ່ນຳໃຊ້ອາວຸດຊະນິດນີ້ ເພື່ອບຸກໂຈມຕີ ເປົ້າໝາຍໃນຜືນແຜ່ນດິນຂອງລັດເຊຍ. 
ລັດ​ເຊຍ​ ຄັດ​ຄ້ານ​ຝ່າຍ​ຕາ​ເວັນ​ຕົກ​ສະ​ໜອງ​ລູກ​ສອນ​ໄຟ​ໄລ​ຍະ​ໄ​ກ​ໃຫ້​ແກ່​ຢູ​ແກຼນ - ảnh 1ລະບົບລູກສອນໄຟ HIMARS (ພາບ: AFP)

ວັນທີ 5 ມິຖຸນາ, ທ່ານປະທານາທາບໍດີ ລັດເຊຍ Vlasdimir Putin ກ່ວາຊີ້ແຈ້ງວ່າ ຝ່າຍຕາເວັນຕົກບໍ່ຄວນສະໜອງລູກສອນໄຟໄລຍະໄກໃຫ້ແກ່ຢູແກຼນ ແລະ ບັນການໜູນຊ່ວຍດ້ານອາວຸດຍຸດທະພັນໃຫ້ແກ່ Kiev ແມ່ນເພື່ອແນໃສ່ “ແກ່ຍາວການປະທະກັນ”. ທ່ານປະທານາທາບໍດີ Vladimir Putin ເນັ້ນໜັກວ່າ ຖ້າພາກຝ່າຍຕາເວັນຕົກສະໜອງລູກສອນໄໄໄລຍະໄກໃຫ້ແກ່ຢູແກຼນ, ລັດເຊຍຈະບຸກໂຈມຕີແນໃສ່ເປົ້າໝາຍໃໝ່.

ທ່ານປະທານາທາບໍດີ ອາເມລິກາ Joe Biden ໄດ້ປະກາດແຜນການສະໜອງ ລະບົບລູກສອນໄຟ HIMARS ມີຄວາມແມ່ນຢຳສູງໃຫ້ຢູແກຼນ ພາຍຫຼັງຢູແກຼນຮັບປະກັນວ່າ ຈະບໍ່ນຳໃຊ້ອາວຸດຊະນິດນີ້ ເພື່ອບຸກໂຈມຕີ ເປົ້າໝາຍໃນຜືນແຜ່ນດິນຂອງລັດເຊຍ. ລັດເຊຍ ໄດ້ກ່າວປະນາມຂໍ້ຕົກລົງຂອງ ອາເມລິກາ ທີ່ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງປິນຂັ້ນໄດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ