ລັດເຊຍ ຖະແຫຼງ ບໍ່ມີສົງຄາມ ກັບ ຢູແກຼນ

(VOVWORLD) -ວັນທີ 30 ມັງກອນ, ທ່ານ Dmitry Peskov ໂຄສົກວັງ Kremlin ຢັ້ງຢືນວ່າ ບໍ່ມີສົງຄາມໃດໆລະຫວ່າງ ມົດສະກູ ແລະ ກີແອບ, ເຊິ່ງຫາກມີພຽງແຕ່ສົງຄາມພາຍໃນປະເທດ ຢູແກຼນ ໂດຍເຈົ້າໜ້າທີ່ ກີແອບ ຍຸແຍ່ປຸກປັ່ນຂຶ້ນເທົ່ານັ້ນ.

ວັນທີ 29 ມັງກອນ, ພາຍຫຼັງປະກາດການຂົນຂວາຍຫາສຽງເລືອກຕັ້ງອາຍຸການທີສອງໃນການປ່ອນບັດເລືອກຕັ້ງປະທານາທິບໍດີຂອງປະເທດນີ້, ທ່ານປະທານາທິບໍດີ ຢູແກຼນ Petro Poroshenko ໄດ້ເວົ້າວ່າ ຢູແກຼນ ຄວນສ້າງສັນຕິພາບກັບ ລັດເຊຍ “ເຍືອກເຢັນແຕ່ກໍມີສັຍຕິພາບ”.

        ໂດຍມີປະຕິກິລິຍາຕໍ່ຖະແຫຼງການດັ່ງກ່າວ, ທີ່ການຖະແຫຼງຂ່າວ, ທ່ານ Peskov ຊີ້ແຈ້ງວ່າ: “ກ່ອນອື່ນໝົດແມ່ນ ບໍ່ມີສົງຄາມໃດໆ ເກີດຂຶ້ນລະຫວ່າງ ລັດເຊຍ ແລະ ຢູແກຼນ. ປັດຈຸບັນ, ພຽງແຕ່ເປັນສົງຄາມພາຍໃນປະເທດ ຢູແກຼນ, ມີບັນດາເຫດການຢູ່ ຢູແກຼນ ຍ້ອນ ເຈົ້າໜ້າທີ່ການເມືອງຂອງປະເທດນີ້ຍຸແຍ່ປຸກປັ່ນຂຶ້ນ ແລະ ພາໄປເຖິງການສ້າງຕັ້ງຂອງສອງປະເທດສາທາລະນະລັດ ທີ່ສ້າງຂຶ້ນເອງ ຢູ່ເຂດທາງທິດຕາເວັນອອກສ່ຽງໃຕ້ ຢູແກຼນ ເທົ່ານັ້ນ”.


 

ຕອບກັບ

ຂ່າວ/ບົດ​ອື່ນ