ລັດ​ເຊຍ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ ອີ​ຣານ ບໍ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງນິວ​ເຄຼຍ​

(VOVWORLD) -      ໃນບົດກ່າວປາໄສໃນວັນທີ 24 ສິງຫາ, ທ່ານນາງໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova ໄດ້ຖະແຫຼງເລື່ອງ ອີຣານ ເສີມທາດຢູຣານຽມຂຶ້ນເຖິງ 20% ແລະ ຍົກສະມັດຕະພາບການເສີມທາດຢູຣານຽມຂຶ້ນເຖິງ 60% ແມ່ນບໍ່ສອດຄ່ອງກັບບັນດາມາດຕາທີ່ລະບຸໄວ້ໃນ “ຂໍ້ຕົກລົງນິວເຄຼຍ”.
ລັດ​ເຊຍ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ ອີ​ຣານ ບໍ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງນິວ​ເຄຼຍ​ - ảnh 1ທ່ານນາງໂຄສົກກະຊວງການຕ່າງປະເທດ ລັດເຊຍ Maria Zakharova (ພາບ: Russia Insider)

ຕາມທ່ານນາງ Zakharova ແລ້ວ, ເຫດຜົນທີ່ພາໄປເຖິງ ເຕເຮຣານ ມີບັນດາການກະທຳດັ່ງກ່າວ ແມ່ນຍ້ອນຂາດໝາກຜົນຕົວຈິງ, ລະອຽດແມ່ນຄວາມມານະພະຍາຍາມຟື້ນຟູການປະຕິບັດ ຂໍ້ຕົກລົງ JCPOA ຢ່າງຄົບຖ້ວນ. ພ້ອມດຽວກັນນັ້ນ, ບັນດາມາດຕະການລົງໂທດຕາມລຳພັງຝ່າຍດຽວຂອງ ອາເມລິກາ ຕ້ານຄືນ ອີຣານ ແລະ ບັນດາປະເທດທີສາມທີ່ຮ່ວມມືກັບປະເທດນີ້ ຍັງສືບຕໍ່ມີຜົນສັກສິດຢູ່. ມົດສະກູ ກໍມີຄວາມວິຕົກກັງວົນວ່າ ສະພາບການດັ່ງກ່າວພວມເຮັດໃຫ້ບັນດາຝ່າຍເຂົ້າຮ່ວມຂໍ້ຕົກລົງນີ້ ຫ່າງໄກເປົ້າໝາຍ ແລະ ໜ້າທີ່ ແມ່ນນັບມື້ນັບຫຍຸ້ງຍາກກວ່າ.

        ທ່ານນາງ Maria Zakharova ຖືວ່າ ວິທີໜຶ່ງດຽວເພື່ອຫຼຸດພົ້ນອອກຈາກສະພາບການນີ້ແມ່ນ ເຊື່ອມຕໍ່ການດຳເນີນການເຈລະຈາໃນໄລຍະໄວທີ່ສຸດ ເພື່ອກອບກູ້ JCPOA, ພ້ອມທັງຮຽກຮ້ອງໃຫ້ບັນດາຄູ່ຮ່ວມມືໃນຂໍ້ຕົກລົງນິວເຄຼຽ ແລະ ອາເມລິກາ ຄວນຍົກເລີກບາດກ້າວເດີນຢ່າງຟ້າວຟັ່ງ ເຊິ່ງອາດຈະກໍ່ສິ່ງກີດຂວາງໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ