ລັດເຊຍ ຢືນຢັນຜ່ານຜ່າສິ່ງທ້າທາຍເພື່ອບັນລຸຜົນສຳເລັດ

(VOVWORLD) -ລັດເຊຍ ຕ້ອງປະເຊີນໜ້າກັບຄຳສັ່ງລົງໂທດນັບແຕ່ດົນນານແລ້ວ ແລະ ບົດຮຽນທີ່ຖອດຖອນມາໄດ້ໃນຫຼາຍທົດສະຫວັດຜ່ານມາ ໄດ້ຊ່ວຍໃຫ້ປະເທດນີ້ສາມາດຜ່ານຜ່າສິ່ງທ້າທາຍເພື່ອບັນລຸຜົນສຳເລັດ.
ລັດເຊຍ ຢືນຢັນຜ່ານຜ່າສິ່ງທ້າທາຍເພື່ອບັນລຸຜົນສຳເລັດ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov
(ພາບ: Sergei Bobylev/TASS)

        ບໍ່ມີປະເທດໃດສາມາດທຳລາຍພື້ນຖານເສດຖະກິດ ກໍຄືສະຖຽນລະພາບດ້ານການເມືອງຂອງ ລັດເຊຍ ໄດ້. ນີ້ແມ່ນຄຳຢືນຢັນຂອງທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ທີ່ກອງປະຊຸມ “ການຮ່ວມມືດ້ານເສດຖະກິດ: ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ ແລະ ບັນດາເຂດຂອງ ລັດເຊຍ. ຮັບມືກັບບັນດາສິ່ງທ້າທາຍຂອງຍຸກສະໄໝ” ເຊິ່ງໄດ້ດຳເນີນຢູ່ນະຄອນຫຼວງ ມົດສະກູ (ລັດເຊຍ), ໃນວັນທີ 01 ພະຈິກ.

        ຕາມທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ແລ້ວ, ລັດເຊຍ ຕ້ອງປະເຊີນໜ້າກັບຄຳສັ່ງລົງໂທດນັບແຕ່ດົນນານແລ້ວ ແລະ ບົດຮຽນທີ່ຖອດຖອນມາໄດ້ໃນຫຼາຍທົດສະຫວັດຜ່ານມາ ໄດ້ຊ່ວຍໃຫ້ປະເທດນີ້ສາມາດຜ່ານຜ່າສິ່ງທ້າທາຍເພື່ອບັນລຸຜົນສຳເລັດ. ຍ້ອນເຫດນັ້ນ, ທ່ານ Sergei Lavrov ຢືນຢັນວ່າ ລັດເຊຍ ຈະສືບຕໍ່ມີຄວາມເຊື່ອໝັ້ນຕົນເອງເດີນຕາມເສັ້ນທາງຂອງປະເທດນີ້ ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ.

        ທ່ານ Sergei Lavrov ກໍ່ຖືວ່າ, ລັດເຊຍ ມີເພື່ອນມິດໃນທົ່ວໂລກ, ໃນນັ້ນມີບັນດາປະເທດຂຶ້ນກັບ ໂຊວຽດເກົ່າ, ອາຊີ, ຕາເວັນອອກກາງ, ອາຟະລິກາ, ອາເມລິກາລາຕິງ, ແລະ ມົດສະກູ ກໍ່ບໍ່ຕັດການພົວພັນກັບບັນດາຄູ່ຮ່ວມມືດຳເນີນທຸລະກິດຢູ່ ເອີລົບ ແລະ ອາເມລິກາເໜືອ, ລັດຖະບານ ລັດເຊຍ ບໍ່ມີວັນທີ່ຈະເລືອກເອົາການຕັດການພົວພັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ