ລັດເຊຍ ສືບຕໍ່ເພີ່ມກຳລັງ ບົ່ມຊ້ອນດ້ານປ້ອງກັນຊາດ

ລັດເຊຍ ສືບຕໍ່ເພີ່ມກຳລັງ     ບົ່ມຊ້ອນດ້ານປ້ອງກັນຊາດ - ảnh 1
ປະທານາທິບໍດິ ລັດ​ເຊຍ Vladimir Putin
ພາບ:internet


 (vovworld) -  ລັດ​ເຊຍ ຈະ​ສືບ​ຕໍ່​ເພີ່ມ​ກຳລັງ​ບົ່ມ​ຊ້ອນ​ດ້ານ​ປ້ອງ​ກັນຊາ​ດຂອງ​ຕົນ, ບົນ​ພື້ນຖານ​ຄິດ​ໄລ່​ເຖິງ​​ໄພນາບ​ຂູ່​ຕ່າງໆ​ທີ່​ອາດ​ຈະ​ເກິ​ດຂຶ້ນ. ນີ້​ແມ່ນ​ຄຳ​ຖະ​ແຫລ​ງຂອງ​ປະທານາທິບໍດິ ລັດ​ເຊຍ Vladimir Putin ທີ່​ການ​ປະຊຸມ​ກັບ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ ​​ໃນ​ວັນ​ທີ 27/2 ຢູ່ ມົດ​ສະ​ກູ. ປະທານາທິບໍດີ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ບັນດາ​ບຸລິມະສິດ​ຂອງ​ລັດ​ເຊຍ ຊື່​ງລວມມີ: ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ຢ່າງ​ແຫນ້ນ​ແຟ້ນ​ໃນ ອາຊີ - ​ເອີ​ລົບ, ປັບປຸງ​ພື້ນຖານ​ເສດຖະກິດ​ເປັນ​ເອກ​ະພາບ ​ແລະ ຫັນ​ມາ​ສ້າງ​ຕັ້ງພັນ​ທະ​ພາບເສດຖະກິດ ອາຊີ - ​ເອີ​ລົບ, ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ໃນ​ຂອບ​ເຂດ​ອົງການ​ຮ່ວມ​ມື​ຊຽງ​ໄຮ່ (SCO) ​ແລະ ກຸ່ມ BRICS  ຊື່​ງລວມມີ: ບຣາຊີ​ນ, ລັດ​ເຊຍ, ອິນ​ເດຍ, ຈີນ ​ແລະ ອາ​ຟຼິກາ​ໃຕ້, ຊຸກ​ຍູ້​ວິວັດ​ການ​ສ້າງ​ໂລກຫລາຍ​ຂົ້ວພັດທະນາ​ບັນດາ​ກົນ​ໄກ​ພັນທະ​ມິດ​ລວມໝູ່ ​ເພື່ອ​ປະ​ເຊີນ​ຫນ້າ​ກັບ​ບັນດາ​ສິ່ງ​ທ້າ​ທາຍ​ສຳລັບ​ຄວາມ​ປອດ​ໄພ​ຂອງພາກ​ພື້ນ.

 

 

 

 

 

ຂ່າວ/ບົດ​ອື່ນ