ລັດເຊຍ, ອາເມລິກາ ແລະ ສປຊ ຈະໂຮມປະຊຸມກ່ຽວກັບ ຊີຣີ ຢູ່ ສະວິດ

ລັດເຊຍ, ອາເມລິກາ ແລະ ສປຊ ຈະໂຮມປະຊຸມກ່ຽວກັບ ຊີຣີ ຢູ່ ສະວິດ - ảnh 1
ນະ​ຄອນ Deir al-Zor, Syria ​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ
(ພາບ: Reuters/TTXVN)

(vovworld) – ວັນ​ທີ 17/4, ສື່ມວນ​ຊົນ ລັດ​ເຊຍ ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່າ​ນ Mikhail Bogdanov, ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ຂອງປະ​ເທດນີ້​ໂດຍ​ໃຫ້​ຮູ້​ວ່າ: ຜູ້​ຕາງ​ໜ້າ​ການ​ທູດ​ຂອງ​ລັດ​ເຊຍ, ອາ​ເມ​ລິ​ກາ ແລະ ສະ​ຫະ​ປະ​ຊາ​ຊາດ ມີ​ແຜນ​ການ​ຈະ​ໂຮ​ມ​ປະ​ຊຸມ​ກ່ຽວ​ກັບ​ສະ​ພາບ​ການ​ກ່ຽວ​ກັບ ຊີ​ຣີ ​ຢູ່​ເຊີ​ແນວ, ປະ​ເທດ​ສະ​ວິດ ໃນ​ອາ​ທິດ​ຈະ​ມາ​ເຖິງ. ຕາມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ Mikhail Bogdanov ແລ້ວ, ປະ​ຈຸ​ບັນ, ມົກ​ສະ​ກູ ພວມ​ລໍ​ຄອຍ ວໍ​ຊິງ​ຕັນ ຮັບ​ຮູ້​ເຫດ​ການ​ດັ່ງ​ກ່າວ. ປະ​ຈຸ​ບັນ, ສະ​ພາບ​ການ​ຢູ່​ຊີ​ຣີ ພວມ​ເຄັ່ງ​ຕຶງ​ຫຼາຍ​ຂຶ້ນ​ພາຍຫຼັງ​ທີ່ ອາ​ເມ​ລິ​ກາ ຍິງ​ລູ​ກ​ສອນ​ໄຟ Tomahawk 59 ລູກ​ແນ​ໃສ່​ຖານ​ທີ່​ໝັ້ນ​ກອງ​ທັບ​ອາ​ກາດ​ຂອງ ຊີ​ຣີ ດ້ວຍ​ສາຍ​ເຫດ​ແມ່ນ​​ເພື່ອໂຕ້​ຕອບ​ການ​ບຸກ​ໂຈມ​ຕີ​ທີ່​ຖືກ​ສົງ​ໄສວ່ານ​ຳ​ໃຊ້ ອາ​ວຸດ​ເຄ​ມີ ຢູ່​ເທດ​ສະ​ບານ​ແຫ່ງ​ໜຶ່ງ​ຂຶ້ນ​ກັບ​ແຂວງ Idlib ຂອງ​ຊ​ີ​ຣີ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ໄດ້​ຖະ​ແຫຼງວ່າ ນີ້​ແມ່ນ​ການ​ກະ​ທຳ​ຮຸກ​ຮານ​ປະ​ເທດ​ມີ​ອະ​ທິ​ປະ​ໄຕ, ລະ​ເມີດ​ກົດ​ໝາຍ​ສາ​ກົນ​ດ້ວຍ​ຂໍ້​ອ້າງ​ອີງ​​ທີ່​ເສກ​ສັນ​ປັ້ນ​ແຕ່ງ. ອຳ​ນາດ​ການ​ປົກ​ຄອງ ຊີີິ​ຣີ ກໍ່​ຢັ້ງ​ຢືນ​ວ່າ ບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ ຊີ​ຣີ ບ​ໍ່​ເຄີຍ​ນຳ​ໃຊ້​ ແລະ ຈະ​ບໍ່​ນຳ​ໃຊ້​ອາ​ວຸດ​ເຄ​ມີ.


ຕອບກັບ

ຂ່າວ/ບົດ​ອື່ນ