ລັດເຊຍ ຮຽກຮ້ອງບັນດາຝ່າຍຢູ່ ເວເນຊູເອລາ ພົບປະເຈລະຈາໂດຍກົງ

(VOVWORLD) - ກ່າວຄຳເຫັນໃນການໄປຢ້ຽມຢາມ ຊູຣີນາມ ກ່ອນທີ່ສິ້ນສຸດການຢ້ຽມຢາມພາກພື້ນ ອາເມລິກາລາຕິນ, ວັນທີ 27 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຖະແຫຼງວ່າ: 

ວິກິດການຢູ່ ເວເນຊູເອລາ ໄດ້ຮັບການແກ້ໄຂພຽງແຕ່ຜ່ານການພົບປະເຈລະຈາໂດຍກົງລະຫວ່າງລັດຖະບານ ເວເນຊູເອລາ ແລະ ຝ່າຍຄ້ານເທົ່ານັ້ນ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫລັງການພົບປະເຈລະຈາກັບທ່ານລັດຖະມົນຕີການຕ່າງປະເທດ ຊູຣີນາມ Yldiz Pollack – Beighle ຢູ່ນະຄອນຫລວງ Paramirabo, ທ່ານ Lavrov ເວົ້າວ່າ “ພວກຂ້າພະເຈົ້າ, ກໍ່ຄືພວກເພື່ອນ ຊູຣີນາມ ມີຄວາມເຊື່ອໝັ້ນຢ່າງແນ່ວແນ່ວ່າ ຈະສາມາດແກ້ໄຂວິກິດການໂດຍຜ່ານການພົບປະເຈລະຈາໂດຍກົງລະຫວ່າງລັດຖະບານ ແລະ ກຳລັງຝ່າຍຄ້ານ.”

ຕອບກັບ

ຂ່າວ/ບົດ​ອື່ນ