ລັດເຊຍ ເປັນເຈົ້າພາບຈັດ ການເຈລະຈາກ່ຽວກັບ ການທຳລາຍສາງອາວຸດ ເຄມີຂອງຊີຣີ

ລັດເຊຍ ເປັນເຈົ້າພາບຈັດ ການເຈລະຈາກ່ຽວກັບ ການທຳລາຍສາງອາວຸດ ເຄມີຂອງຊີຣີ - ảnh 1
(ພາບປະກອບ: Reuters)

(vovworld) - ​ ວັນ​ທີ 24/12, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Ryabkov ​ໄດ້​ຖະ​ແຫຼ​ງວ່າ ມົດສກູ ຈະ​ເປັນ​​ເຈົ້າພາບ​ຈັດການ​ເຈລະຈາ​ສາກົນ​ກ່ຽວ​ກັບ​ການ​ທຳລາຍ​​ອາວຸດ​ເຄມີ​ປະ​ເພດ​ຕ່າງໆຂອງ​ຊີຣີ ​ໃນ​ວັນ​ທີ 27/12 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​​ທາງ​ວິທະຍຸ​ກະຈາຍສຽງ​ລັດ​ເຊຍ, ທ່ານ​ຮອງລັດຖະມົນຕີ Ryabkov ​ໃຫ້​ຮູ້​ວ່າ ເຂົ້າ​ຮ່ວມ​ການ​ເຈລະຈາ​ຢູ່​ນະຄອນຫຼວງມົດ​ສກູ ຄັ້ງ​ນີ້ ມີບັນດາ​ນັກຊ່ຽວຊານທີ່​ມາ​ຈາກ ລັດ​ເຊຍ, ອາ​ເມ​ລິ​ກາ, ຊີຣີ, ສະຫະ​ປະຊາ​ຊາດ ​ແລະ ອົງການ​ເກືອດ​ຫ້າມ​ອາວຸດ​ເຄມີ (OPCW).

        ​ແຜນການ​ດັ່ງ​ກ່າ​ວ​​ໂດຍ OPCW ຮັບຮອງ​ເອົາ​ຢູ່ Hague, ​ໂຮ​ນລັງ ​ໃນ​ເດືອນ 11/2013 ​ເຊິ່ງຕາມ​ນັ້ນ​ແລ້ວ ບັນດາ​ທາດພິດ​ເຄມີ ຈະ​ໄດ້​ຂົນ​ສົ່ງ​ອອກ​ຈາກ​ຊີຣີ ກ່ອນ​ວັນ​ທີ 31/12 ​ແລະ ຈະ​ໄດ້​ທຳລາຍ​ກອນ​ກາງ​ເດືອນ 03/2014. ບັນດາ​ທາດ​ເຄມີອື່ນໆທີ່​ໄດ້ຮັບ​ການ​ແຈ້ງ​​ແລ້ວຈະ​ຖືກ​ທຳລາຍ​ກ່ອນ​ວັນ​ທີ 30/06/2014.

ຂ່າວ/ບົດ​ອື່ນ