ລັດເຊຍ ແລະ ຈີນ ຍູ້ແຮງການຮ່ວມມືດ້ານການທະຫານແຕ່ບໍ່ຮ່ວມສຳພັນທະມິດ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ: ລັດເຊຍ ແລະ ຈີນ ບໍ່ຮ່ວມສຳພັນທະມິດດ້ານການທະຫານ. ທ່ານປະທານາທິບໍດີ Vladimir Putin ກໍ່ປະຕິເສດຄຳເຫັນທີ່ວ່າ ການຮ່ວມມືລະຫວ່າງ ລັດເຊຍ - ຈີນ ເປັນໄພນາບຂູ່ຕໍ່ຝ່າຍຕາເວັນຕົກ
ລັດເຊຍ ແລະ ຈີນ ຍູ້ແຮງການຮ່ວມມືດ້ານການທະຫານແຕ່ບໍ່ຮ່ວມສຳພັນທະມິດ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin
(ພາບ:AFP/TTXVN)

ຕອນຄ່ຳວັນທີ 25 ມີນາ, ຢູຸ່ນະຄອນຫຼວງ ມົດສະກູ, ສະຫະພັນລັດເຊຍ, ໃນການຕອບສຳພາດນັກຂ່າວຂອງ ໂທລະພາບ Rossiya 24, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໃຫ້ຮູ້ວ່າ: ລັດເຊຍ ແລະ ຈີນ ພວມພັດທະນາການຮ່ວມມືໃນຫຼາຍຂົງເຂດ, ໃນນັ້ນ ມີການຮ່ວມມືດ້ານການທະຫານ. ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢັ້ງຢືນວ່າ: ລັດເຊຍ ແລະ ຈີນ ບໍ່ຮ່ວມສຳພັນທະມິດດ້ານການທະຫານ. ທ່ານປະທານາທິບໍດີ Vladimir Putin ກໍ່ປະຕິເສດຄຳເຫັນທີ່ວ່າ ການຮ່ວມມືລະຫວ່າງ ລັດເຊຍ - ຈີນ ເປັນໄພນາບຂູ່ຕໍ່ຝ່າຍຕາເວັນຕົກ.

ຖະແຫຼງການຂອງທ່ານປະທານາທິບໍດີ Vladimir Putin ໄດ້ຍົກອອກມາພາຍຫຼັງທີ່ທ່ານປະທານປະເທດ ຈີນ ສີຈີ້ນຜິງ ສິ້ນສຸດການຢ້ຽມຢາມ ລັດເຊຍ ເປັນເວລາ 3 ວັນ (ແຕ່ວັນທີ 20 – 23 ມີນາ). ໃນຂອບເຂດການຢ້ຽມຢາມ, ລັດເຊຍ ແລະ ຈີນ ໄດ້ລົງນາມເອກະສານ 14 ສະບັບ, ເຊິ່ງລວມມີ: ຖະແຫຼງການຮ່ວມ 2 ສະບັບຂອງບັນດາການນຳ, ອະນຸສັນຍາກ່ຽວກັບການເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ນັບແຕ່ການຄ້າ, ອຸດສາຫະກຳ ຕະຫຼອດຮອດວິທະຍາສາດ ແລະ ການທະຫານ.

ຕອບກັບ

ຂ່າວ/ບົດ​ອື່ນ