ລັດເຊຍ ແລະ ຢູແກຼນ ສືບຕໍ່ແລກປ່ຽນສະເລິຍເສີກ

(VOVWORLD) - ທະຫານລັດເຊຍ 50 ຄົນ ໂດຍຝ່າຍ ຢູແກຼນ ປ່ອຍຕົວເປັນອິດສະຫຼະຈະໄດ້ເກັບເມືອ ນະຄອນຫຼວງ ມົດສະກູ ດ້ວຍເຮືອບິນຂົນສົ່ງການທະຫານຂອງກຳລັງກອງທັບ ອາກາດ ອາວະກາດ ລັດເຊຍ...
ລັດເຊຍ ແລະ ຢູແກຼນ ສືບຕໍ່ແລກປ່ຽນສະເລິຍເສີກ - ảnh 1ທະຫານປະຕິບັດງານທີ່ເຂດ Donetsk ໃນວັນທີ 12/10/2022
(ພາບ: AFP/TTXVN)

ຕາມສຳນັກຂ່າວສານ TASS ແລ້ວ, ວັນທີ 8 ມັງກອນ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ: ພາຍຫຼັງການເຈລະຈາກ່ຽວກັບການແລກປ່ຽນສະເລິຍເສີກກັບ ຝ່າຍ ຢູແກຼນ ຄັ້ງຕ່າງໆ, ມີທະຫານ ລັດເຊຍ 50 ຄົນໄດ້ກັບຄືນມາຈາກເຂດດິນແດນໂດຍອຳນາດການປົກຄອງ ກີແອບ ຄວບຄຸມ.  ທະຫານລັດເຊຍ 50 ຄົນ ໂດຍຝ່າຍ ຢູແກຼນ ປ່ອຍຕົວເປັນອິດສະຫຼະຈະໄດ້ເກັບເມືອ ນະຄອນຫຼວງ ມົດສະກູ ດ້ວຍເຮືອບິນຂົນສົ່ງການທະຫານຂອງກຳລັງກອງທັບ ອາກາດ ອາວະກາດ ລັດເຊຍ ເພື່ອປິ່ນປົວຟື້ນຟູ ສຸຂະພາບ ແລະ ຈິດຕະສາດ. ຢູແກຼນ ໄດ້ຍອມຮັບຂໍ້ມູນດັ່ງກ່າວ ແລະ ໃຫ້ຮູ້ວ່າ: ລັດເຊຍ ກໍ່ໄດ້ປ່ອຍຕົວທະຫານ ຢູແກຼນ 50 ຄົນ.

        ກ່ອນໜ້ານັ້ນ, ລັດເຊຍ ແລະ ຢູແກຼນ ກໍ່ໄດ້ດຳເນີນການແລກປ່ຽນນັກສະເລີຍເສິກຈຳນວນໜຶ່ງ

ຕອບກັບ

ຂ່າວ/ບົດ​ອື່ນ