ລັດເຊຍ ໂຕ້ຕອບທຸກສິ່ງທີ່ຂົ່ມຂູ່ເຖິງ ຄວາມໝັ້ນຄົງ ແລະ ສິດຜົນປະໂຫຍດ ແຫ່ງຊາດ

ລັດເຊຍ ໂຕ້ຕອບທຸກສິ່ງທີ່ຂົ່ມຂູ່ເຖິງ ຄວາມໝັ້ນຄົງ ແລະ ສິດຜົນປະໂຫຍດ ແຫ່ງຊາດ - ảnh 1
( ພາບປະກອບ )

( vovworld ) -   ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ຖະ​ແຫຼ​ງວ່າ ມົດສກູ ບໍ່​ອະນຸຍາດ​ໃຫ້​ຜູ້​ໃດ​ຂົ່ມຂູ່​ໃຊ້​ກຳລັງ​ອາວຸດ, ພ້ອມ​ກັນ​ນັ້ນ​ກໍ​ກ່າວ​ເຕື່ອນວ່າ ຈະ​ໂຕ້​ຕອບ​ຢ່າງ​ວ່ອງ​ໄວ ​ແລະ ສົມ​ເຫດ​ສົມ​ຜົນ​ຕໍ່​ທຸກໆ​ການ​ຂົ່ມຂູ່ ​ເພື່ອ​ຮັກສາ​ສັນຕິພາບ, ບັນດາ​ສິດ​ຜົນ​ປະ​ໂຫຍ​ດ ​ແລະ ອະທິປະ​ໄຕ​ຂອງສະຫະພັນ​ລັດ​ເຊຍ. ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ໄດ້​ຍົກ​ອອກ​ຄຳ​ຖະ​ແຫຼງດັ່ງກ່າວ​​ໃນ​ການ​ຕ້ອນຮັບ​ບັນດາ​ນາຍ​ທະຫານ​ທີ່ຫາ​ກໍ​ຮຽນ​ຈົບ​ບັນດາ​ວິທະຍາຄານ​ການ​ທະ​ຫານ ​ເຊິ່ງ​ດຳ​ເນີນ​ໄປ​ໃນ​ຕ້ອນ​ທ່ຽງ​ວັນ​ທີ 28/6 ຢູ່​ວັງ ກ​ແຣມລິນ. ທ່ານ​ປະທານ​າທິບໍດີ Putin ​ໄດ້ຢືນຢັນ​ວ່າ ລັດ​ເຊຍ​ຖື​ການສ້າງ​ຖັນ​ແຖວ​ທະຫານ​​ທີ່ທັນ​ສະ​ໄໝ ​ແລະ ປັບປຸງ​ຄວາມໝັ້ນຄົງ​​ແຫ່ງ​ຊາດແມ່ນ​ບຸລິມະສິດ​ອັນ​ດັບ​ໜຶ່ງ. ​ລັດ​ເຊຍ ຈະ​ສືບ​ຕໍ່ຫັນ​ຖັນ​ແຖວ​ທະຫານ​​ເປັນທັນ​ສະ​ໄໝ, ​ເພີ່ມຄັງປະກັນ​ໄພ​ທາງ​ສັງຄົມ​ໃຫ້​ພົນທະຫານ​ຢ່າງເໝາະສົມ​ກັບການ​ເພີ່ມ​ໜ້າ​ທີ່ຮັບຜິດຊອບ ​ແລະ ພາລະ​ໜ້າ​ທີ​ຂອງ​ເຂົ້າ​ເຈົ້າ. ທ່ານ​ປະທານ​ນາ​ທິບໍດີ Putin ກໍ​ເນັ້ນໜັກ​ວ່າ ​ໂຄງການ​ກໍ່ສ້າງ ​ແລະ ຍົກລະດັບບັນດາ​​ເທດສະບານພົນທະຫານດ້ວຍ​ພື້ນຖານ​ສັງຄົມ​ອັນຈຳ​ເປັນ, ຕ້ອງ​ປະຕິບັດ​ສຳ​ເລັດ​ຖືກກັບ​​ຈຸດ​ເວລາທີ່​ໄດ້​ວາງ​ອອກ.

ຂ່າວ/ບົດ​ອື່ນ