ລັດເຊຍກ່າວຫາຝ່າຍຕາເວັນຕົກບໍ່ເຄົາລົບບັນດາພັນທະກ່ຽວກັບຊີຣີ

ລັດເຊຍກ່າວຫາຝ່າຍຕາເວັນຕົກບໍ່ເຄົາລົບບັນດາພັນທະກ່ຽວກັບຊີຣີ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov
(ພາບ: THX/TTXVN)


(vovworld) - ​ວັນ​ທີ 26/09, ທ່ານ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ​ລັດ​ເຊຍ Sergei Lavrov ໄດ້​ກ່າວ​​ຫາ​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕ​ົກ ບໍ່​ເຄົາ​ລົບ​ພັນ​ທະ​ຂອງ​ເຂົ້າ​ເຈົ້າ​ກ່ຽວ​ກັບ​ຊ​ີ​ຣີ. ບັນ​ດາ​ສຳ​ນັກ​ຂ່າວ​ສານ Interfax ແລະ RIA Novosti ຂອງ​ລັດ​ເຊຍ ໄດ້​ຄັດ​ຄຳ​ເວົ້າ​ຂອງ​ທ່ານ Lavrov ​ໂດຍຖື​ວ່າ, ອາ​ເມ​ລິ​ກາ ຢາກ​ເພີ່ມ​ເຕີມບັນ​ດາ​ເງື່ອນ​ໄຂ ກ່ອນ​ທີ່​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ຊີ​ຣີ, ພ້ອມ​ທັງ​ຢືນ​ຢັນ ລັດ​ເຊຍ ຈະ​ຮຽກ​ຮ້ອງ​ດຳ​ເນີນ​ການ​ສຶບ​ສວນຢ່າງສຸດ​ຂີດ ສຳ​ລັບ​ການບ​ຸກ​ໂຈມ​ຕ​ີ​ທາງ​ອາ​ກາດ​​ໃສ່​ຂະ​ບວນ​ລົດ​ຂົນ​ສົ່ງເຄ​ື່ອງ​ຊ່ວຍ​ເຫຼ​ືອ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຢູ່​ຊ​ີ​ຣີ.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ວັງ Kremlin ກໍ​ສະ​ແ​ດງ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ ຕໍ່​ສະ​ພາບ​ການ​ຢູ່​ຊີ​ຣີ, ແຫ່ງ​ທີ່ “ບັນ​ດາ​ພວກກໍ່​ການ​ຮ້າຍ” ພວມ​ສວຍ​ໃຊ້ຂໍ້​ຕົກ​ລົງ​ຢຸດ​ຍິງ ເພື່ອ​ເຕົ້າ​ໂຮມກຳ​ລັງ ແລະ ປຸກ​ລະ​ດົມ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ຄັ້ງໃໝ່​ແນ​ໃສ່​ພົນ​ທະ​ຫານ​ຂອງ​ລັດ​ຖະ​ບານ​ຊ​ີ​ຣີ.

ຂ່າວ/ບົດ​ອື່ນ