ລັດເຊຍບຸລິມະສິດພັດທະນາເຂດທະເລອອກໄກ


ລັດເຊຍບຸລິມະສິດພັດທະນາເຂດທະເລອອກໄກ - ảnh 1
​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Yury Trutnev
ພາບ:internet


(vovworld)- ລັດ​ເຊຍ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ເຂດ​ທະ​ເລ​ອອກ​ໄກ ແລະ ພ້ອມ​ແລ້ວ ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ຈີນ ໃນ​ຂົ​ງ​ເຂດນີ້. ຖະ​ແຫລງ​ການ​ດັ່ງ​ກ່າວ​ໂດຍ​ແມ່ນ ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລັດ​ເຊຍ Yury Trutnev ຍົກ​ອອກ​ໃນ​ການ​ຕອບ​ສຳ​ພາດ​ຕໍ່​ສຳ​ນັກ​ຂ່າວສານ ຊີນ​ຮ​ົວ ໃນ​ວັນ​ທີ 5/7, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Yury Trutnev ຕາງ​ຫນ້າ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຮັບ​ຜິດ​ຊອບ​ເຂດ​ທະ​ເລ​ອອກ​ໄກ ໃຫ້​ຮູ້​ວ່າ: ລັດ​ຖະ​ບານ ລັດ​ເຊຍ ພວມ​ພິ​ຈາ​ລະ​ນາ​ສ້າງ​ເງື່ອນ​ໄຂ​ພິ​ເສດ​ເພື່ອ​ດຶງ​ດູດ​ການ​ລົງ​ທຶນ​ເຂົ້າ​ເຂດ​ທະ​ເລ​ອອກ​ໄກ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Yury Trutnev ກໍ​ໃຫ້​ຮູ້​ວ່າ: ລັດ​ເຊຍ ຈະ​ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ຝ່າຍ​ຕາ​ເວັນ​ອອກ ໃນ​ເດືອນ 9 ຈະ​ມາ​ເຖິງ ເພື່ອ​ເພີ່ມ​ທະ​ວີ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຢູ່​ເຂດ​ທະ​ເລ​ອອກ​ໄກ ພ້ອມ​ທັງ​ສົ່ງ​ເສີມ​ປະ​ຊາ​ຄົມ​ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ຊີ ລົງ​ທຶນ​ເຂົ້າ​ເຂດນີ້.


ຂ່າວ/ບົດ​ອື່ນ