ລັດເຊຍປະກາດຈຸດເວລາຂໍ້ຕົກລົງກ່ຽວກັບເຂດປອດໄພຢູ່ຊີຣີເລີ່ມມີຜົນສັກສິດ

(VOVWORLD) - ຂໍ້ຕົກລົງກ່ຽວກັບບັນດາເຂດປອດໄພຢູ່ຊີຣີ ຈະມີຜົນສັກສິດນັບແຕ່ຕອນກາງຄືນ 

vovworld) - ວັນທີ 05/05, ກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ, ຂໍ້ຕົກລົງກ່ຽວກັບບັນດາເຂດປອດໄພຢູ່ຊີຣີ ຈະມີຜົນສັກສິດນັບແຕ່ຕອນກາງຄືນ (ຮຸຸ່ງເຊົ້າວັນທີ 06/05 ຕາມເວລາຮ່າໂນ້ຍ), ແຕ່ກອງທັບອາກາດລັດເຊຍ ຈະສືບຕໍ່ບຸກໂຈມຕີອົງການລັດອິດສະລາມ (IS) ອ້າງຊື່ເອງ ຢູ່ບັນດາສະຖານທີ່ແຫ່ງຕ່າງໆຢູ່ປະເທດຕາເວັນອອກກາງນີ້. 

ລັດເຊຍປະກາດຈຸດເວລາຂໍ້ຕົກລົງກ່ຽວກັບເຂດປອດໄພຢູ່ຊີຣີເລີ່ມມີຜົນສັກສິດ - ảnh 1 (ພາບປະກອບ: AP)

ຕາມກະຊວງປ້ອງກັນປະເທດລັດເຊຍ ແລ້ວ, ເຂດປອດໄພແຫ່ງທຳອິດ ແລະ ໃຫຍ່ກວ່າໝູ່ຢູ່ພາກເໜືອຊີຣີ ລວມມີແຂວງ Idlib ແລະ ບັນດາເມືອງໃກ້ຄຽງຂອງບັນດານະຄອນ Latakia, Aleppo ແລະ Hama, ດ້ວຍຈຳນວນພົນລະເມືອງກວ່າ 10 ລ້ານຄົນ. ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ Alexander Fomin ໃຫ້ຮູ້ວ່າ, ຫຼັກໝັ້ນຂອງອາເມລິກາ ແມ່ນສ້າງເງື່ອນໄຂໃຫ້ການໄກ່ເກ່ຍດ້ານການເມືອງຢູ່ຊີຣີ ແລະ ການສະໜັບສະໜູນຂອງສະຫະປະຊາຊາດ, ອາເມລິກາ ແລະ ຊະອຸດີອາຣາເບຍ ທີ່ມີຕໍ່ຂໍ້ຕົກລົງກ່ຽວກັບເຂດປອດໄພດັ່ງກ່າວ ຊ່ວຍຮັບປະກັນການປະຕິບັດຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ