ລັດເຊຍຜັນຂະຫຍາຍລະບົບລູກສອນໄຟS-400ໄປຍັງຊີຣີ

ລັດເຊຍຜັນຂະຫຍາຍລະບົບລູກສອນໄຟS-400ໄປຍັງຊີຣີ - ảnh 1
ລັດເຊຍຜັນຂະຫຍາຍລະບົບລູກສອນໄຟS-400ໄປຍັງຊີຣີ
(ພາບ​ປະ​ກອບ: soha)

(vovworld) - ວັນ​ທີ 26/11, ສຳ​ນັກ​ຂ່າວ​ສານລັດ​ເຊຍ RIA Novosti, ໄດ້​ຄັດ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ກຳ​ລັງກອງ​ທັບ​ອາ​ກາດ​ອາ​ວະ​ກາດ​ສະ​ຫະ​ພັນ​ລັດ​ເຊຍ ໂດຍ​ໃຫ້​ຮູ້​ວ່າ, ລະ​ບົບ​ລູກ​ສອນ​ໄຟ​ທັນ​ສະ​ໄໝ S – 400 ໄດ້​ຂົນ​ສົ່ງ​ດ້ວຍ​ເຮືອ​ບິນ​ຂົນ​ສົ່ງ​ການ​ທະ​ຫານ​ຈາກ​ຊານ​ນະ​ຄອນ ມົດ​ສະ​ກູ ໄປ​ຍັງ​ຖານ​ທີ່​ໝັ້ນ​ການ​ທະ​ຫານ Hmeymim ຢູ່​ຊີ​ຣີ. ກ່ອນ​ໜ້ານັ້ນ, ວັນ​ທີ 25/11, ​ປະ​ທາ​ນາ​ທິ​ບໍ​ດີ​ລັດ​ເຊຍ Vladimir Putin ໄດ້​ເຫັນ​ດີ​​ຕໍ່ຂໍ້​ສະ​ເໜີ​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລັດ​ເຊຍ, ຜັນ​ຂະ​ຫຍາຍ​ລະ​ບົບ S – 400 ຢູ່່​ຊີ​ຣີ. ການ​ກະ​ທຳ​ດັ່ງ​ກ່າວ​ຖືກ​ດຳ​ເນີນ​ພາຍ​ຫຼັງ​ເຮືອ​ບິນ​ສູ້​ຮົບ F – 16 ຂອງ​ຕວກ​ກີ ຍິງເຮືອ​ບິນ Su – 24 ຂອງ​ລັດ​ເຊຍ ຕົກ,ໃນ​ຂະ​ນະ​ທີ່​ລັດ​ເຊຍ ພວມ​ເຂົ້າ​ຮ່ວມ​ບັ້ນ​ຮົບ​​ຕ້ານ​ກຸ່ມ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເ​ອງ ຢູ່​ຊີ​ຣີ.

      ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ລັດ​ຖະ​ບານ ໃນ​ວັນ​ທີ 26/11, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ​ເຊຍ Dmitry Medvedev ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ໄດ້​ຮັບ​ຮອງ​ເ​ອົາ​ບັນ​ດາ​ມາດ​ຕະ​ການ​ດ້ານ​ການ​ທະ​ຫານ ແລະ ການ​ທູດ​ເພື່ອ​ໂຕ​້​ຕອບ Ankara ພາຍ​ຫຼັງ​ເຫດ​ເຮືອ​ບິນ​ສູ້​ຮົບ F – 16 ຂອງ​ຕວກ​ກີ ຍິງເຮືອ​ບິນ Su – 24 ຂອງ​ລັດ​ເຊຍ ຕົກ. ທ່ານ Dmitry Medvedev ຢືນ​ຢັນ​ວ່າ, ລັດ​ຖະ​ບານ​ໄດ້​ຮັບ​ໜ້າ​ທີ່​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ໂຕ້​ຕອບ​ໃນ​ຫຼາຍ​ຂົງ​ເຂດ, ໃນ​ນັ້ນ​ມີ​ເລື່ອງ​ຢຸດ​ຕິ​​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ດ້ານ​ເສດ​ຖ​ະ​ກິດ, ຈຳ​ກັດ​ການ​ແລກ​ປ່ຽນ​ການ​ເງິນ ແລະ ການ​ຄ​້າ, ບັນ​ດາ​ມາດ​ຕະ​ການ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ, ຂົນ​ສົ່ງ… ກໍ​ຄື​ການ​​ພົບ​ປະ​ມະ​ນຸດ​ສະ​ທຳ​ກັບ​ຕວກ​ກີ.

ຂ່າວ/ບົດ​ອື່ນ