ລັດເຊຍມີແຜນການຢຸດຕິການຂົນສົ່ງອາຍແກັສຜ່ານຢູແກຼນ

ລັດເຊຍມີແຜນການຢຸດຕິການຂົນສົ່ງອາຍແກັສຜ່ານຢູແກຼນ - ảnh 1
ທໍ່​ສົ່ງ​ອາຍ​ແກັ​ສ​ຕອນ​ຜ່ານ Bulgaria
(ພາບ: AFP-TTXVN)

(vovworld) - ໃນ​ການ​ພົບ​ປະ​ເມື່ອ​ວັນ​ທີ 14/1, ຢູ່​ນະ​ຄອນຫຼວງ ມົດ​ສ​ກູ ກັບ​ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​​ເອີ​ລົບ (ອີ​ຊີ) ຮັບ​ຜິ​ດ​ຊອບ​ດ້ານ​ພະ​ລັງ​ງານ Maros Sefcovic, ທ່ານ​ Alexei Miller, ຜູ້​ອຳ​ນວຍ​ການ​ໃຫຍ່ Gazprom ຮຽກ​ຮ້ອງ​ໃຫ້ ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ກໍ່​ສ້າງ​ທໍ່​ສົ່ງ​ອາຍ​ແກັ​ສ​ໄປ​ຍັງ ຕວກ​ກີ​ ໂດຍ​ໄວ​ເພື່ອ​ຮັບ​​ເອົາອາຍ​ແກັ​ສ​​ຈາກ​ລັດ​ເຊຍ. ທ່ານ Miller ກ່າວ​ເຕືອນ​ວ່າ ບັນ​ດາ​ປະ​ເທດ ເອີ​ລົບ ຍັງ​ມີ​ເວ​ລາ​ພຽງ 2 – 3 ປີ​ເພ​ື່ອກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ໃໝ່​​ແນ​ໃສ່​ຮັບ​ອາຍ​ແກັ​ສ​ຈາກ ລັດ​ເຊຍ ໃນ​ເຂດ​ຊາຍ​ແດນ​ລະ​ຫວ່າງ ຕວກ​ກີ ແລະ ເກຼັກ, ຖ້າບໍ່​ເຮັດ​ຄື​ແນວນັ້ນ “ປະ​ລິ​ມານ​ອາຍ​ແກັ​ສ​ດັ່ງ​ກ່າວ​​ອາດ​ຈະ​ຂາຍ​ໃຫ້​ບັນ​ດາ​ຕະຫຼາດ​ອື່ນ”. 

        ຜູ້​ນຳ​ໜ້າ Gazprom ໃຫ້​ຮູ້​ວ່າ: ໂຄງ​ການ​ສົ່ງ​ອາຍ​ແກັ​ສ​ຜ່ານ​ເຂດ​ດິນ​ແດນ ຢູ​ແກຼນ​ຖືກ​​ຍຸບ​ເລິກ, ດັ່ງ​ນັ້ນ​ຕ້ອງ​ສົ່ງ​ອາຍ​ແກັ​ສ​ໄປ​ຍັງ​ເອີ​ລົບ​ຜ່ານ ຕວກ​ກີ. ບໍ່​ມີ​ວິ​ທ​ີ​ໃດອື່ນ​ອີກ ແລະ ເອີ​ລົບ​ຕ້ອງ​ກະ​ກຽມ​ໃຫ້​ແກ່​ການ​ປ່ຽນ​ແປງນີ້.

        ກ່ຽວ​ຂ້ອງ​ເຖິງ​ສັນ​ຍາ​ສະ​ໜອງ​ອາຍ​ແກັ​ສ​ຂອງ​ລັດ​ເຊຍ ໃຫ້ ຢູ​ແກຼນ, ຜູ້​ອຳ​ນວຍ​ການ​ໃຫຍ່ Gazprom ໃຫ້​ຮູ້​ວ່າ: ຍັງ​ມີ​ໄພ​ຢຸດ​ຕິ​ການ​ສະ​ໜອງ​ອາຍ​ແກັ​ສ​ຈາກ ລັດ​ເຊຍ ໄປ ເອີ​ລົບ ຜ່ານ ຢູ​ແກຼນ ໃນ​ລະ​ດູ​ໜາວ​ປີນີ້ ຍ້ອນ​ວ່າ ຢູ​ແກຼນ ມີ​ຄວາມ​ຫຍຸ້ງ​ຍາກ​ດ້າ​ນ​ກາ​ນ​ເງິນ.

ຂ່າວ/ບົດ​ອື່ນ