ລັດເຊຍສະໜັບສະໜູນບັນດາປະເທດອາຟະລິກາ

(VOVWORLD) -ວັນທີ 06 ຕຸລາ, ຢູ່ເວທີປາໄສ Rhodes, ທ່ານຮອງລັດຖະມົນຕີການຕ່າງປະເທດລັດເຊຍ Mikhail Bogdanov ຖະແຫຼງວ່າ
ລັດເຊຍສະໜັບສະໜູນບັນດາປະເທດອາຟະລິກາ - ảnh 1(ພາບປະກອບ: TTXVN)

ມົດສະກູ ໄດ້ ແລະ ຈະສືບຕໍ່ປະກອບສ່ວນໃຫ້ແກ່ບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ ເພື່ອໜູນຊ່ວຍບັນດາປະເທດອາຟະລິກາ ດ້ວຍຄວາມສະໜິດສະໜົມ, ບໍ່ມີແນວຄິດຈັດວາງບໍ່ວ່າຮູບແບບພັດທະນາໃດໆ ຫຼື ນະໂຍບາຍການຕ່າງປະເທດໃດ. ຄຳຖະແຫຼງການຂອງທ່ານ Bogdanov ຖືກຍົກອອກມາທີ່ເວທີປາໄສ Rhodes, ໂດຍສະຖາບັນຄົ້ນຄວ້າການເຈລະຈາຄວາມສີວິໄລຈັດຕັ້ງ. ຕາມທ່ານ Bogdanov ແລ້ວ, ບັນດາວິສາຫະກິດລັດເຊຍ ພວມເອົາໃຈໃສ່ເປັນພິເສດເຖິງການຮ່ວມມືກັບບັນດາຄູ່ຮ່ວມມືອາຟະລິກາ ໃນຫຼາຍຂົງເຂດທີ່ແຕກຕ່າງກັນ. ນັກລົງທຶນລັດເຊຍ ບັນລຸໄດ້ຜົນສຳເລັດຫຼາຍຢ່າງຢູ່ອາຟະລິກາ ໃນບັນດາຂົງເຂດຄື: ພະລັງງານ, ນ້ຳມັນອາຍແກັດ, ສຳຫຼວດທໍລະນີສາດ ຂຸດຄົ້ນ ຊັບພະຍາກອນໂລຫະ.

        ເວທີປາໄສ Rhodes 2018 ດຳເນີນຢູ່ເກຼັກ ໃນລະຫວ່າງວັນທີ 05 – 06 ຕຸລາ.

ຕອບກັບ

ຂ່າວ/ບົດ​ອື່ນ