ລັດເຊຍເນັ້ນໜັກຕ້ອງມີການສືບສວນສາກົນຢ່າງເປີດເຜີຍ,ເອກະລາດແລະພາວະວິໄສກ່ຽວກັບເຫດເຮືອບິນMH17ຕົກ

ລັດເຊຍເນັ້ນໜັກຕ້ອງມີການສືບສວນສາກົນຢ່າງເປີດເຜີຍ,ເອກະລາດແລະພາວະວິໄສກ່ຽວກັບເຫດເຮືອບິນMH17ຕົກ - ảnh 1
ກຳລັງກູ້ໄພກູ້ຊີບ ຢູແກຼນ ຊອກຫາສົບຂອງຜູ້ປະສົບເຄາະຮ້າຍ
(ພາບ: AFP/TTXVN)

(vovworld) –ວັນ​ທີ 19/7, ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ນາຍົກລັດຖະມົນຕີ ໂຮນລັງ Mark Rute ​ໃນ​ນັ້ນ​ 2 ຝ່າຍ​ເນັ້ນໜັກ​​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເປີດ​ການ​ສືບສວນທີ່​ມີ​ລັກສະນະ​ສາກົນ ​ແລະ ​ໂດຍ​ອົງການ​ການບິ​ນພົນລະ​ເຮື​ອນ​ສາກົນ (ICAO) ​ເປັນ​ປະທານ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທຸກໆ​ຝ່າຍ​ທີ່​ກ່ຽວຂ້ອງ​ເຖິງ​​ເຫດເຮື​ອບິນ Boeing – 777 ​ໝາຍເລກ​ MH17 ຂອງ​ບໍລິສັດ​ການບິນ ມາ​ເລ​ເຊຍ ຖືກ​ຍິງ​ຕົກ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ. 2 ຝ່າຍ​ກໍ່​ເນັ້ນ​ໜັກ​ຕ້ອງ​ຮັບປະກັນ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ນັກ​ສັງ​ເກດ​ການ OSCE ​ແລະ ບັນດາ​ນັກ​ຊ່ຽວຊານ​ສາກົນ​ຕ້ອງ​​ໄປ​ຍັງກັບ​ສະຖານ​ທີ່​ເກີດ​ເຫດ.

    ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ໄດ້​ໂອ້​ລົມ​ທາງ​​ໂທລະສັບ​ກັບ​ຄູ່​ຕຳ​ແໜ່​ງອາ​ເມ​ລິ​ກາ John Kerry. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ ​ໃຫ້​ຮູ້​ວ່າ: ນັກ​ການ​ທູດ 2 ທ່ານ​ໄດ້​ເຫັນ​ດີ​​ເປັນ​ເອກະສັນ​ຕ້ອງ​ມີ​ສືບສວນ​ສາກົນ​ຢ່າງ​ເປີດ​ເຜີຍ, ​ເອກະລາດ ​ແລະ ພາວະ​ວິ​ໄສ​ດ້ວຍ​ບົດບາດ​ເປັນ​ເຈົ້າ​ການ​ຂອງ ICAO ​ແລະ ມີ​ການ​ເຂົ້າ​ຮ່ວມ​ຂອງ​ທຸກໆ​ຝ່າຍ​ທີ່​ກຽ​ມພ້ອມ​ໜູນ​ຊ່ວຍຊອກ​ຫາ​ຄວາມ​ຈິງ. 2 ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ​ວ່າ​ຕ້ອງ​ສະໜອງ​ວັດຖຸ​ທີ່​ເປັນ​ພະຍານ​ຫຼັກ​ຖານ ນັບ​ທັງ​ກັບ​ດຳ​​ເພື່ອ​ຮັບ​ໃຊ້​ການສືບສວນ​, ​ສ່ວນບັນດາ​ນັກ​ຊ່ຽວຊານ​ສາກົນ​ຕ້ອງ​​ໄດ້​ລົງສະຖານ​ທີ່​ເກີດ​ເຫດ.

    ​ໃນ​ຂະນະ​ນັ້ນ, ວັນ​ທີ 19/7, ມີ​ນັກ​ຊ່ຽວຊານ 130 ຄົນ​​ມາ​ຈາກ ມາ​ເລ​ເຊຍ ​ໄດ້ໄປ​ຍັງ ຢູ​ແກຼນ ​ເພື່ອ​ເຂົ້າ​ຮ່ວມ​ການ​ສືບສວນ.

ກໍ່ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ວັນ​ທີ 20/7, ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ໄດ້​ອອກ​ຖະ​ແຫຼ​ງການ​ ກ່າວ​ປະນາມ​ເຫດ​ຍິງ​ເຮືອ​ບິນ MH17 ຂອງ​ບໍລິສັດ​ການບິນ​ມາ​ເລ​ເຊຍ​ຕົກ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ໃນ​ວັນ​ທີ 17/7 ຜ່ານ​ມາ. ຖະ​ແຫຼ​ງການ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ອາ​ຊຽນກໍ່​ໄດ້​ຮຽກຮ້ອງ​ດຳ​ເນີນ​ການ​ສືບສວນ​ຢ່າງ​ຄົບ​ຖ້ວນ, ​ເອກະລາດ ​ແລະ ຈະ​ແຈ້ງ​ເຫດການ​ດັ່ງກ່າວ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ​ບໍ່​ມີ​ໃຜ​ມີ​ສິດ​ກີດຂວາງ​ວຽກ​ງານ​ສືບສວນ.

ຂ່າວ/ບົດ​ອື່ນ