ລັດເຊຍເປັນເອກະພາບປະຕິບັດຄຳສັ່ງຢຸດຍິງມະນຸດສະທຳຢູ່Aleppo

ລັດເຊຍເປັນເອກະພາບປະຕິບັດຄຳສັ່ງຢຸດຍິງມະນຸດສະທຳຢູ່Aleppo - ảnh 1
ສະ​ຖານ​ທີ່​ໃກ້​ກັບນະ​ຄອນ Aleppo ພາຍຫຼັງ​ການ​ຖິ້ມ​ລະ​ເບີດ​ໃນ​ວັນ​ທີ 20/8
(ພາບ: AFP/TTXVN)

(vovworld) – ​ວັນ​ທີ 25/8, ສະ​ຫະ​ປະ​ຊາ​ຊາດ ໃຫ້​ຮູ້​ວ່າ: ລັດ​ເຊຍ ໄດ້​ເປັນ​ເອ​ກະ​ພາບ​ຕໍ່​ການປະ​ຕິ​ບັດ​ຄຳ​ສັ່ງ​ຢຸດ​ຍິງ​ເປັນ​ເວ​ລາ 48 ຊົ່ວ​ໂມງ​/ອາ​ທິດ​ຢູ່​ນະ​ຄອນ Aleppo ຢູ່​ຊີ​ຣີ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ມະ​​ນູດ​ສະ​ທຳ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເລື່ອງ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ຍັງ​ຄົງ​ລໍ​ຄອຍ​ປ​ະ​ຕິ​ກິ​ລິ​ຍາ​ຂອງ​ຝ່າ​ຍ​ອື່ນໆ​. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທູ​ດ​ພິ​ເສດ​ຂອງ ສ​ປ​ຊ ກ່ຽວ​ກັບ ຊີ​ຣີ ທ່ານ Staffan de Mistura ໄດ້​ຊີ້​ແຈ້ງວ່າ: “ຝ່າຍ ສະ​ຫະ​ພັນ​ລັດ​ເຊຍ ໄດ້​ເຫັນ​ດີແລ້ວ. ພວກ​ຂ້າ​ພະ​ເຈົ້າ​ຈະ​ລໍ​ຖ້າ​ບັນ​ດາ​ຝ່າ​ດ​ອື່ນ​ເຮັ​ດ​ຄື​ແນວນ​ັ້ນ”. ທ່ານ​ຍັງ​ເນັ້ນ​ໜັກ​ວ່າ: “ບັນ​ດາ​ລົດ​ຂົນ​ສົ່ງ​ໄດ້​ກຽມ​ພ້ອມ​ແລ້ວ ແລະ ອາດ​ຈະ​ເລີ່ມ​ເດີນ​ທາງບໍ່​ວ່າ​ໃນ​ເວ​ລາ​ໃດ​ເມື່ອ​ພວກ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ສານ​ດັ່ງ​ກ່າວ”. ຕາມ​ຜູ້​ຮັບ​ຜິ​ດ​ຊອບ​ບັນ​ຫາ​ມະ​ນຸດ​ສະ​ທຳ​ຂອງ ສ​ປ​ຊ Jan Egeland ແລ້ວ, ແຜນ​ການ​ໜູນ​ຊ່ວຍ​ມະ​ນຸດ​ສ​ະ​ທຳ Aleppo ລວມ​ມີ​ການ​ຂົນ​ສົ່ງ​ສະ​ບຽງ​ອາ​ຫານ​ເຖິງ​​ຂົງ​ເຂດພາກ​ຕາ​ເວັນ​ອອກ​​ໃນປະ​ຈຸ​ບັນ​ໂດຍ​ບັນ​ດາ​ມື​ປືນ​​ພວກກະ​ບົດ​ຄວບ​ຄຸມ ແລະ ເຂດ​ພາກ​ຕາ​ເວັນ​ຕົກ​ໂດຍ​ລັດ​ຖະ​ບານ​ຊີ​ຣີ​ຄວບ​ຄຸມ, ກໍ່​ຄື​ການ​ປົວ​ແປງ​ຕາ​​ໜ່​າງ​ໄຟ​ຟ້າ​ຢູ່​ພາກ​ໃຕ້ ທີ່​ເຄີຍ​ສະ​ໜອງ​ໄຟ​ຟ້າ​ໃຫ້ສະ​ຖານ​ທີ່​ສູບນ້ຳ 8 ແຫ່ງ​ທີ່​ຮັບ​ໃຊ້​ໃຫ້​ປະ​ຊາ​ຊົນ​ເກືອບ 2 ລ້ານ​ຄົນ.


ຂ່າວ/ບົດ​ອື່ນ