ລີ​ບີ ກູ້​​ເອົາ​ຊີວິດ​ຊາວ​ອົບ​ພະຍົບຢູ່​ທະ​ເລກ​ວ່າ 383 ຄົນ

(VOVWORLD) -ຊາວອົບພະຍົບຢ່າງຜິດກົດໝາຍນັບພັນຄົນ ໄດ້ເສຍຊີວິດຢູ່ທະເລ ເມດີເຕຣາເນ ພາຍຫຼັງອອກຈາກ ລີບີ.

        ວັນທີ 23 ພະຈິກ, ກອງທັບເຮືອ ລີບີ ໃຫ້ຮູ້ວ່າ ກໍາລັງດັ່ງກ່າວໄດ້ກູ້ເອົາຊີວິດຊາວອົບພະຍົບຢ່າງຜິດກົດໝາຍກວ່າ 383 ຄົນຢູ່ນອກຝັ່ງທະເລທາງທິດຕາເວັນຕົກປະເທດນີ້ ໃນເວລາ 2 ວັນຄືວັນທີ 20 ແລະ 21 ພະຈິກຜ່ານມາ.

        ບັນດາຜູ້ຄົນທີ່ອົບພະຍົບຜິດກົດໝາຍເຂົ້າ ລີບີ ນັ້ນ ສ່ວນຫຼາຍແມ່ນມາຈາກບັນດາປະເທດທາງທິດໃຕ້ ທະເລຊາຍ ຊາຮາຣາ ຂອງ ອາຟະລິກາ. ເຂົາເຈົ້າເລືອກເອົາ ລີບີ ແມ່ນສະຖານທີ່ຜ່ານແດນ ເພື່ອຫາທາງຂ້າມທະເລ ເມດີເຕຣາເນ ເພື່ອໄປຍັງ ເອີຣົບ. ຊາວອົບພະຍົບຢ່າງຜິດກົດໝາຍນັບພັນຄົນ ໄດ້ເສຍຊີວິດຢູ່ທະເລ ເມດີເຕຣາເນ ພາຍຫຼັງອອກຈາກ ລີບີ.

        ວັນທີ 22 ພະຈິກ, ອົງການອົບພະຍົບສາກົນ (IOM) ຮຽກຮ້ອງ ສະຫະພາບເອີຣົບ ແລະ ສະຫະພາບ ອາຟະລິກາ ຈົ່ງປ່ຽນແປງວິທີສໍາຜັດກັບສະພາບການຂອງຊາວອົບພະຍົບຢ່າງຜິດກົດໝາຍຢູ່ ລີບີ ຢ່າງຮີບດ່ວນ. ອົງການອົບພະຍົບສາກົນ ຄາດວ່າ ມີຊາວອົບພະຍົບຜິດກົດໝາຍກວ່າ 8.600 ຄົນ ໄດ້ຖືກສົ່ງກັບຄືນເມືອບັນດາສູນກັກຂັງ ທີ່ພວມມີຊາວອົບພະຍົບຫຼາຍເກີນໄປຢູ່ ລີບີ.


ຕອບກັບ

ຂ່າວ/ບົດ​ອື່ນ