ລີບັງ ເຊື່ອມຕໍ່ວິວັດການເຈລະຈາຊົນຊາດ

ລີບັງ ເຊື່ອມຕໍ່ວິວັດການເຈລະຈາຊົນຊາດ - ảnh 1
ການ​ນຳ​ບັນດາ​ພັກຝ່າຍ​ການ​ເມືອງ​ຢູ່​ລີ​ບັງ
( ພາບ: vietnamplus.vn )


( vovworld ) -   ພາຍຫຼັງທີ່​ຖືກ​ໂຈະ​ໄວ້​ເປັນ​ເວລາ 18 ​ເດືອນ​, ວັນ​ທີ 11/6, ການ​ນຳ​ບັນດາ​ພັກຝ່າຍ​ການ​ເມືອງ​ຢູ່​ລີ​ບັງ ​ໄດ້​​ເຊື່ອມ​ຕໍ່​ການ​ເຈລະຈາ​ຊົນ​ຊາດຄືນ​ໃໝ່ ​ເພື່ອ​ແນ​ໃສ່​ແກ້​ໄຂ​​ບັນຫາຫຼຸດຜ່ອນ​ກຳລັງ​ອາວຸດ​ຂອງ Hezbollah, ຂະ​ບວນການ​ປະກອບອາວຸດ ມຸດ​ສະ​ລິ​ມ ຂອງຊາວ Shiite ປະຈຸ​ບັນ​ແມ່ນ​ກຳລັງ​ທະຫານ​ທີ່​​ເຂັ້ມແຂງ​​ທີ່​ສຸດ​ຢູ່​ລີ​ບັງ ​ແລະ ກໍ່ສວມ​ບົດບາດ​ສຳຄັນ​ໃນ​ລັດຖະບານ​ຂອງ​ປະ​ເທດ​ນີ້. ການ​ເຈລະຈາ​ຊົນ​ຊາ​ດຄັ້ງນີ້​ໂດຍ​ທ່ານ​ປະທານ​ນາ​ທິບໍດີ Michel Sleimam ​ເປັນ​ປະ​ທານ. ​​ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສະມາຊິກ​ຜູ້​ໜຶ່ງ​ຂອງ​ຝ່າຍ​ຄ້ານ, ​​ທ່ານປະທານ​ພັກ​ບັນດາ​ກຳ​ລັງ​ລີ​ບັງ Samir Geagea, ​ໄດປະຕິ​ເສດ​ການ​ເຈລະຈາ ​ແລະ ຖື​ວ່າ ການ​ເຈລະຈາ​ດັ່ງກ່າວ​ບໍ່​ມີ​ຜົນ​ປະ​ໂຫຍ​ດ ​ແລະ ບໍ່​ສາມາດ​ແກ້​ໄຂ​ບັນຫາອາວຸດ​ຂອງ​ຂະ​ບວນການ Hezbollah, ​ເຊິ່ງ​ແມ່ນກຳລັງ​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ຈາກງ​ອີຣານ ​ແລະ ຊີ​ຣີ. ບັນດາ​ສະມາຊິກ​ຝ່າຍ​ຄ້ານ​ທ່ານອື່ນ ​ແລະ ສື່​ມວນ​ຊົນ​ທ້ອງ​ຖິ່ນ​ກໍ່​ສະ​ແດງຄວາມ​ລະ​ແວງ​ສົງ​ໄສ​ຕໍ່​ກັບ​ໝາກຜົນ​ຂອງ​ການ​ເຈລະຈາ. ​ເຂົາ​ເຈົ້າ​ໄດ້​ຖື​ວ່າ ການ​ພົບ​ປະ​ຄັ້ງ​ນີ້​ພຽງ​ແຕ່​ເພື່ອຫຼຸດຜ່ອນສະພາບຄວາມເຄັ່ງ​ຕຶງ​ຢູ່​ລີ​ບັງ ຕໍ່​ໜ້າການ​ແຫ່ຂະ​ບວນປະ​ທ້ວງຢູ່​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງຊີຣີ. ກ່ອນ​ທີ່ດຳ​ເນີນ​ການ​ເຈລະຈາ​ດັ່ງກ່າວ, ຝ່າຍ​ຄ້ານ​ຢູ່​ລີ​ບັງ ​ໄດ້​ກ່າວ​ເຕືອນ​ວ່າ ຖ້າຫາກ​ຮອບ​ເຈລະຈາ​ຄັ້ງ​ນີ້​ບໍ່​ບັນລຸໝາກ​ຜົນ, ​ເຂົາ​ເຈົ້າ​ຈະຊຸກຍູ້​ການ​ສ້າງ​ຕັ້ງ​ລັດຖະບານ​ໃໝ່.

ຂ່າວ/ບົດ​ອື່ນ