ລະດູບານໃໝ່ຢູ່ທະເລໝູ່ເກາະ - ລາຍການພົບປະແລກປ່ຽນທີ່ມີຄວາມໝາຍຫຼາຍຢ່າງ

(VOVWORLD) -ເນື່ອງໃນໂອກາດບຸນເຕັດ ປີ 2019, ຄະນະຊາວໜຸ່ມນະຄອນດ່າໜັງ ໄດ້ມອບເຂົ້າຕົ້ມ 3000 ຫໍ່ ໃຫ້ແກ່ກໍາມະກອນ ທີ່ປະສົບກັບຄວາມຫຍຸ້ງຍາກ

ລາຍການພົບປະແລກປ່ຽນວັດທະນະທໍາສິລະປະ ດ້ວຍຫົວຂໍ້ວ່າ “ລະດູບານໃໝ່ຢູ່ທະເລໝູ່ເກາະ” ຖືກດໍາເນີນໃນຕອນຄໍ່າວັນທີ 16 ມັງກອນ ຢູ່ຫໍວັດທະນະທໍາເຍົາວະຊົນ ນະຄອນດ່າໜັງ, ດ້ວຍການເຂົ້າຮ່ວມຂອງ ຊາວໜຸ່ມ, ບັນດານາຍທະຫານເຮືອເຂດ 3 ກວ່າ 500 ຄົນ ພ້ອມດ້ວຍບັນດານ້ອງນ້ອຍ ເຊິ່ງແມ່ນລູກຫຼານຂອງພະນັກງານນັກຮົບ, ຊາວປະມົງ ໃນບໍລິເວນນະຄອນດ່າໜັງ. ໃນລາຍການພົບປະແລກປ່ຽນນີ້ ຍັງສະແດງລາຍການສິລະປະກ່ຽວກັບທະເລໝູ່ເກາະ, ຄວາມຮັກບ້ານເກີດເມືອງນອນ, ຜ່ານນັ້ນ ແນໃສ່ປຸກລຸກຄວາມເອກອ້າງທະນົງໃຈ ແລະ ເປັນກໍາລັງໃຈໃຫ້ຄົນລຸ້ນໜຸ່ມຕັ້ງໜ້າປະກອບເຫື່ອແຮງ, ສະຕິປັນຍາເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປົກປັກຮັກສາອະທິປະໄຕ, ທະເລ, ໝູ່ເກາະ, ໄຫຼ່ທະວີບອັນສັກສິດຂອງປະເທດຊາດ. ທ່ານ ຫງວຽນຢຸຍມິນ, ເລຂາຄະນະຊາວໜຸ່ມນະຄອນດ່າໜັງ ໃຫ້ຮູ້ວ່າ ເນື່ອງໃນໂອກາດບຸນເຕັດ ປີ 2019, ຄະນະຊາວໜຸ່ມນະຄອນດ່າໜັງ ໄດ້ມອບເຂົ້າຕົ້ມ 3000 ຫໍ່ ໃຫ້ແກ່ກໍາມະກອນ ທີ່ປະສົບກັບຄວາມຫຍຸ້ງຍາກ ແລະມອບຂອງຂວັນຈໍານວນ 500 ພູດ ໃຫ້ແກ່ຄົນທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ ແລະ ລູກຫຼານຂອງພະນັກງານນັກຮົບ.

ຕອບກັບ

ຂ່າວ/ບົດ​ອື່ນ