ລະ​ນຶກເຖິງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັ​ກ​ຮົບ​ເສຍ​ສະຫຼະ​ຊີ​ວິ​ດ​ເພື່ອ​ຊາດຄົບ​ຮອບ 75 ປີ: ​ລາຍ​ການເພງ​ແຫ່ງ​ສັນ​ຕິ​ພາບ​ທີ່​ສະ​ຫງ່າ​ອົງ​ອາດ

(VOVWORLD) -ລາຍການ “ລາຍການເພງແຫ່ງສັນຕິພາບທີ່ສະຫງ່າອົງອາດ” ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອຈາລຶກບຸນຄຸນ, ອາໄລຫານັກຮົບວິລະຊົນ, ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ເສຍສະຫຼະເພື່ອນຳເອກະລາດ, ເສລີພາບມາໃຫ້ປະເທດຊາດ.
ລະ​ນຶກເຖິງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັ​ກ​ຮົບ​ເສຍ​ສະຫຼະ​ຊີ​ວິ​ດ​ເພື່ອ​ຊາດຄົບ​ຮອບ 75 ປີ: ​ລາຍ​ການເພງ​ແຫ່ງ​ສັນ​ຕິ​ພາບ​ທີ່​ສະ​ຫງ່າ​ອົງ​ອາດ - ảnh 1ບັນດາຜູ້ແທນເຂົ້າຮ່ວມລາຍການ

“ລາຍການເພງແຫ່ງສັນຕິພາບທີ່ສະຫງ່າອົງອາດ” ເພື່ອລະນຶກເຖິງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 75 ປີ (ວັນທີ 27 ກໍລະກົດ 1947 – 27 ກໍລະກົດ 2022) ໂດຍຄະນະໂຄສະນາສຶກສາສູນກາງພັກຄອມມູນິດ ຫວຽດນາມ ເປັນເຈົ້າພາບ ຈັດຂຶ້ນໃນຕອນຄ່ຳວັນທີ 27 ກໍລະກົດ ຢູ່ຮ່າໂນ້ຍ ແລະ ໄດ້ເຊື່ອມຕໍ່ກັບ 5 ສະຖານທີ່: ນະຄອນໂຮ່ຈີມິນ, ກວ໋າງນາມ, ບິ່ງດິ້ງ, ຮ່າຢາງ ແລະ ອານຢາງ. ເຂົ້າຮ່ວມລາຍການມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ… ພ້ອມດ້ວຍການນຳ, ອະດີດການນຳພັກ, ລັດ; ຜູ້ຕາງໜ້າທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ ແລະ ແມ່ຫວຽດນາມ ວິລະຊົນ…

ລະ​ນຶກເຖິງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັ​ກ​ຮົບ​ເສຍ​ສະຫຼະ​ຊີ​ວິ​ດ​ເພື່ອ​ຊາດຄົບ​ຮອບ 75 ປີ: ​ລາຍ​ການເພງ​ແຫ່ງ​ສັນ​ຕິ​ພາບ​ທີ່​ສະ​ຫງ່າ​ອົງ​ອາດ - ảnh 2ລາຍການມີເລື່ອງລາວຕື້ນຕັນໃຈຫຼາຍຢ່າງກ່ຽວກັບທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ ຫວຽດນາມ ວິລະຊົນ
 ລາຍການ “ລາຍການເພງແຫ່ງສັນຕິພາບທີ່ສະຫງ່າອົງອາດ” ແມ່ນໜຶ່ງໃນບັນດາການເຄື່ອນໄຫວເພື່ອຈາລຶກບຸນຄຸນ, ອາໄລຫານັກຮົບວິລະຊົນ, ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ເສຍສະຫຼະເພື່ອນຳເອກະລາດ, ເສລີພາບມາໃຫ້ປະເທດຊາດ. ລາຍການດັ່ງກ່າວມີຮູບພາບທີ່ໜ້າຈັບອົກຈັບໃຈ ແລະ ນຳມາເຊິ່ງຄວາມຮູ້ສຶກ, ເລື່ອງລາວຕື້ນຕັນໃຈຫຼາຍຢ່າງກ່ຽວກັບທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ແມ່ ຫວຽດນາມ ວິລະຊົນ ແລະ ຄອບຄົວທະຫານເສຍສະຫຼະຊີວິດເພື່ອສັນຕິພາບຂອງຊາດ. ເຂົ້າຮ່ວມລາຍການ, ທ່ານພັນໂທ ເຈືອງຊວັນບິ່ງ, ເຫຼົ່າທັບ 12, ເຊິ່ງເປັນລູກຊາຍຂອງນັກຮົບກຳລັງປະກອບອາວຸດປະຊາຊົນ ເຈືອງຊວັນຮວ່າ, ໃຫ້ຮູ້ວ່າ:

        “ພໍ່ຂອງຂ້ອຍຍາມໃດກໍບອກກັບແມ່ວ່າ, ເຖິງວ່າຈະເກີດລູກຜູ້ຍິງຫຼືຜູ້ຊາຍກໍຕັ້ງຊື່ວ່າ ບິ່ງ - (ໝາຍເຖິງສັນຕິພາບ). ເພາະວ່າ ພໍ່ຂ້ອຍເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄຸນຄ່າຂອງສັນຕິພາບ. ນັ້ນກໍແມ່ນເຫດຜົນທີ່ຂ້າພະເຈົ້າໄດ້ມາເປັນທະຫານ ເພື່ອສ້າງຕໍ່ເລື່ອງລາວສັນຕິພາບ. ຍາມປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຂ້າພະເຈົ້າກໍຄິດເຖິງພໍ່. ຈິດໃຈຂອງທະຫານລຸງໂຮ່ ແມ່ນບໍ່ມີວັນທໍ້ຖອຍ. ພວກຂ້າພະເຈົ້າປະຕິບານກັບຕົນເອງວ່າ ຈະສືບຕໍ່ພາລະກຳທີ່ຕົນເອງໄດ້ເລືອກເຟັ້ນ.”

ຕອບກັບ

ຂ່າວ/ບົດ​ອື່ນ