ລະ​ບົບ​ຄຸ້ມ​ຄອງວັກ​ຊິນ​ແຫ່ງ​ຊາດ ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ​ສູງ ທີ 2 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ຂ​ອງ WHO

(VOVWORLD) -ອົງການອະນາໄມໂລກ (WHO) ໄດ້ປະກາດຢ່າງເປັນທາງການວ່າ: ລະບົບຄຸ້ມຄອງວັກຊິນແຫ່ງຊາດ ຂອງ ຫວຽດນາມ ປະຕິບັດສຳເລັດ 3 ໃນ 9 ໜ້າທີ່ຄຸ້ມຄອງວັກຊິນ.
ລະ​ບົບ​ຄຸ້ມ​ຄອງວັກ​ຊິນ​ແຫ່ງ​ຊາດ ຂອງ ຫວຽດ​ນາມ ບັນ​ລຸ​ລະ​ດັບ​ສູງ ທີ 2 ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ຂ​ອງ WHO - ảnh 1ການທົດລອງ ແລະ ກວດກາປະລິມານ protein ໃນວັກຊິນກັນພະຍາດໂຄວິດ - 19 (ພາບ: TTXVN)


      ວັນທີ 7 ເມສາ, ອົງການອະນາໄມໂລກ (WHO) ໄດ້ປະກາດຢ່າງເປັນທາງການວ່າ: ລະບົບຄຸ້ມຄອງວັກຊິນແຫ່ງຊາດ ຂອງ ຫວຽດນາມ ປະຕິບັດສຳເລັດ 3 ໃນ 9 ໜ້າທີ່ຄຸ້ມຄອງວັກຊິນ. ນີ້ແມ່ນລະດັບສູງທີ 2 ໃນຕາຕະລາງຈັດອັນດັບຂອງອົງການອະນາໄມໂລກ ກ່ຽວກັບລະບົບຄຸ້ມຄອງແຫ່ງຊາດ.

        ລະບົບຄຸ້ມຄອງວັກຊິນແຫ່ງຊາດ ຂອງ ຫວຽດນາມ ໄດ້ຮັບການຮັກສາ ແລະ ພັດທະນາໃນຊຸມປີຜ່ານມາ, ຕອບສະໜອງໄດ້ຄວາມຕ້ອງການວັກຊິນພາຍໃນປະເທດ; ສ້າງປະຖົມປັດໄຈໃຫ້ລະບົບດັ່ງກ່າວກາຍເປັນອົງການຄຸ້ມຄອງມີອິດທິພົນຊື່ສຽງ, ການສົ່ງອອກວັກຊິນຊະນິດຕ່າງໆທີ່ໄດ້ຜະລິດພາຍໃນປະເທດ, ປະກອບສ່ວນເຂົ້າໃນລະບົບສະໜອງວັກຊິນທົ່ວໂລກ. ປັດຈຸບັນ, ຫວຽດນາມ ຜະລິດວັກຊິນໄດ້ 11 ປະເພດ ໃນການກັນ 11 ພະຍາດ ໃຫ້ແກ່ໂຄງການສັກວັກຊິນເປີດກວ້າງ; ນອກຈາກນັ້ນ, ຍັງສາມາດຜະລິດວັກຊິນອື່ນໆອີກຫຼາຍປະເພດອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ