ລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາວັດທະນະທຳ

(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສະເໜີບົດປະກອບຄຳເຫັນກ່ຽວກັບແຜນນະໂຍບາຍ, ທິດທາງຂອງພັກ ແລະ ບາງການກຳນົດສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ
ລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາວັດທະນະທຳ - ảnh 1ທີ່ກອງປະຊຸມສຳມະນາ
(ພາບ: tuyengiao.vn)

        ກອງປະຊຸມວັດທະນະທຳ 2022 ດ້ວຍຫົວຂໍ້ “ລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາວັດທະນະທຳ” ຈັດຂຶ້ນໃນວັນທີ 17 ທັນວາ, ຢູ່ແຂວງ ບັກນິງ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ສະເໜີບົດປະກອບຄຳເຫັນກ່ຽວກັບແຜນນະໂຍບາຍ, ທິດທາງຂອງພັກ ແລະ ບາງການກຳນົດສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ເສີມຂະຫຍາຍແຫຼ່ງກຳລັງສ້າງພື້ນຖານວັດທະນະທຳ ຫວຽດນາມ “ຊົນຊາດ, ປະຊາທິປະໄຕ, ມະນຸດສະທຳ ແລະ ວິທະຍາສາດ”; ສະພາບການ ແລະ ມາດຕະການແກ້ໄຂກ່ຽວກັບນະໂຍບາຍອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ; ຕີລາຄາສະພາບການຜັນຂະຫຍາຍຍຸດທະສາດການທູດວັດທະນະທຳ ນັບແຕ່ປີ 2016 ມາຮອດປະຈຸບັນ… ທ່ານ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາສິດສະດີສູນກາງ, ຖືວ່າ:

        “ໃນການສ້າງລະບອບລະບຽບການໃຫ້ສົມບູນແບບ, ພິເສດເອົາໃຈໃສ່ເຖິງບົດບາດຂອງເຈົ້າກຳໃນການຊີ້ນຳ, ຄຸ້ມຄອງ, ພັດທະນາວັດທະນະທຳ. ລັດສ້າງ ແລະ ກອບນິຕິກຳໃຫ້ສົມບູນແບບ, ສ້າງສະພາບແວດລ້ອມແຫ່ງການພັດທະນາ, ນຳໃຊ້ບັນດາເຄື່ອງມື, ນະໂຍບາຍເພື່ອດັດສົມການພັດທະນາຂອງບັນດາຂົງເຂດວັດທະນະທຳ, ຮັບປະກັນສິດປະດິດຄິດສ້າງ ແລະ ຊົມໃຊ້ວັດທະນະທຳໃນປະຊາຊົນທຸກຊັ້ນວັນນະ”.

ຕອບກັບ

ຂ່າວ/ບົດ​ອື່ນ