ລາ​ຄາ​ເຂົ້າສານ​ສົ່ງ​ອອກ​ຂອງ ຫວຽດ​ນາມ ສືບ​ຕໍ່​ເພີ່​ມ​ຂຶ້ນ

(VOVWORLD) -ໃນເດືອນ ມັງກອນ 2021, ລາຄາເຂົ້າສານສົ່ງອອກຂອງ ຫວຽດນາມ ເພີ່ມຂຶ້ນຕື່ມອີກປະມານ 3 USD/ໂຕນ ເມື່ອທຽບໃສ່ທ້າຍເດືອນ ທັນວາ ປີ 2020, ຂຶ້ນເປັນ 503 USD/ໂຕນ.
ລາ​ຄາ​ເຂົ້າສານ​ສົ່ງ​ອອກ​ຂອງ ຫວຽດ​ນາມ ສືບ​ຕໍ່​ເພີ່​ມ​ຂຶ້ນ - ảnh 1(ພາບປະກອບ: VOV)

ຕາມກົມປຸງແຕ່ງ ແລະ ພັດທະນາຕະຫຼາດຜະລິດຕະພັນກະເສດ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ, ໃນເດືອນ ມັງກອນ 2021, ລາຄາເຂົ້າສານສົ່ງອອກຂອງ ຫວຽດນາມ ເພີ່ມຂຶ້ນຕື່ມອີກປະມານ 3 USD/ໂຕນ ເມື່ອທຽບໃສ່ທ້າຍເດືອນ ທັນວາ ປີ 2020, ຂຶ້ນເປັນ 503 USD/ໂຕນ. ປັດຈຸບັນ, ລາຄາເຂົ້າສານສົ່ງອອກຂອງຫວຽດນາມ ພວມສູງກວ່າລາຄາເຂົ້າສານສົ່ງອອກຂອງ ອິນໂດຍ  ແຕ່ຕ່ຳກວ່າລາຄາຂອງ ໄທ.

        ກໍໃນເດືອນມັງກອນ, ປະລິມານເຂົ້າສານ ຫວຽດນາມ ສົ່ງອອກໄປຍັງຕ່າງປະເທດແມ່ນ 280.000 ໂຕນ ດ້ວຍມູນຄ່າ 154 ລ້ານ USD. ສະຫະສະມາຄົມສະບຽງອາຫານ ຫວຽດນາມ ຄາດຄະເນວ່າ, ການສົ່ງອອກເຂົ້າສານໃນປີນີ້ຂອງ ຫວຽດນາມ ຍັງຮັກສາສັນຍານທີ່ໜ້າປະເອີບໃຈ ນັບທັງດ້ານປະລິມານ ແລະ ລາຄາ. ບັນດາຕະຫຼາດສົ່ງອອກເຂົ້າສານຕົ້ນຕໍຂອງ ຫວຽດນາມ ຄື ຟີລິບປິນ, ອາຟະລິກາ … ສືບຕໍ່ເຊັນສັນຍາຊື້ເຂົ້າຂອງ ຫວຽດນາມ ດ້ວຍລາຄາສົ່ງອອກຢູ່ໃນລະດັບເປັນໜ້າຊື່ນຊົມ.


ຕອບກັບ

ຂ່າວ/ບົດ​ອື່ນ