ລາງວັນ​ທ່ອງ​ທ່ຽວ​​ແບບຍືນ​ຍົງ ອາ​ຊຽນ​ຄັ້ງ​ທີ 2

(VOVWORLD) - ສິ່ງທີ່ໜ້າສົນໃຈແມ່ນແຕ່ລະປະເທດ ອາຊຽນຕາເວັນອອກສ່ຽງໃຕ້ຈະມີ 2 ລາງວັນ: ລາງວັນທີໜຶ່ງໃຫ້ແກ່ວິສາຫະກິດດຳເນີນທຸລະກິດການທ່ອງທ່ຽວເຂດຕົວເມືອງ, ໜຶ່ງລາງວັນອີກແມ່ນໃຫ້ແກ່ວິສາຫະກິດທີ່ດຳເນີນທຸລະກິດການທ່ອງທ່ຽວເຂດຊົນນະບົດ.
ລາງວັນ​ທ່ອງ​ທ່ຽວ​​ແບບຍືນ​ຍົງ ອາ​ຊຽນ​ຄັ້ງ​ທີ 2 - ảnh 1ບັນດາວິສາຫະກິດທີ່ຍາດໄດ້ລາງວັນສາມາດໂຄສະນາໃນ ເວັບໄຊ ຂອງ ອາຊຽນ (ພາບ:  aseantourism.travel

ລາງວັນທ່ອງທ່ຽວແບບຍືນຍົງ ອາຊຽນ (ASTA) ຄັ້ງທີ ສອງ (2020 - 2021) ດ້ວຍຫົວຂໍ້ວ່າ “ການທ່ອງທ່ຽວວັດທະນະທຳ ແລະ ມໍລະດົກ” ແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດທີ່ຍາດໄດ້ລາງວັນສາມາດໂຄສະນາໃນ ເວັບໄຊ ຂອງ ອາຊຽນ ແລະ ເວັບໄຊ ທ່ອງທ່ຽວ  ຂອງບັນດາປະເທດ ອາຊຽນ.

        ສິ່ງທີ່ໜ້າສົນໃຈແມ່ນແຕ່ລະປະເທດ ອາຊຽນຕາເວັນອອກສ່ຽງໃຕ້ຈະມີ 2 ລາງວັນ: ລາງວັນທີໜຶ່ງໃຫ້ແກ່ວິສາຫະກິດດຳເນີນທຸລະກິດການທ່ອງທ່ຽວເຂດຕົວເມືອງ, ໜຶ່ງລາງວັນອີກແມ່ນໃຫ້ແກ່ວິສາຫະກິດທີ່ດຳເນີນທຸລະກິດການທ່ອງທ່ຽວເຂດຊົນນະບົດ, ເພື່ອແນໃສ່ຢັ້ງຢືນເຖິງການທ່ອງທ່ຽວເຂດຕົວເມືອງກໍ່ສາມາດພັດທະນາແບບຍືນຍົງຄືການທ່ອງທ່ຽວເຂດຊົນນະບົດ. ເວລາກຳນົດການສົ່ງເອກະສານເຂົ້າຮ່ວມການແຂ່ງຂັນແມ່ນວັນທີ 30 ຕຸລາ 2019. ໝາກຜົນຈະໄດ້ປະກາດໃນຕົ້ນເດືອນ ທັນວາ 2019 ແລະ ພິທີມອບລາງວັນຈະຖືກດຳເນີນໃນເດືອນ ມັງກອນ ປີ 2020 ໃນຂອບເຂດເວທີປາໄສການທ່ອງທ່ຽວ ອາຊຽນ (ATF) ຢູ່ ບຣູໄນ.

ຕອບກັບ

ຂ່າວ/ບົດ​ອື່ນ