ລາງ​ວັນ​ນາມ​ມະ​ຍົດ ຊາວ​ເຂວ 2020 ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ຂອງ​ຫວຽດ​ນາມ

(VOVWORLD) -ຕອນຄ່ຳວັນທີ 16 ພຶດສະພາ, ສະຫະສະມາຄົມຊອບແວ ແລະ ບໍລິການເຕັກໂນໂລຊີຂໍ້ມູນຂ່າວສານຫວຽດນາມ (VINASA) ໄດ້ປະກາດ ແລະ ມອບນາມມະຍົດ ຊາວເຂວ 2020 ຢ່າງເປັນທາງການ. 

ມີ 112 ຜະລິດຕະພັນ, ການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານດີເດັ່ນໄດ້ຮັບການເລືອກເຟັ້ນຮັບລາງວັນ ຊາວເຂວ 2020. Top 10 ນາມມະຍົດ ຊາວເຂວ 2020 ຂຶ້ນກັບ 10 ວິສາຫະກິດທີ່ມີຜະລິດຕະພັນ, ມາດຕະການແກ້ໄຂ ລ້ວນແຕ່ນຳໃຊ້ບັນດາເຕັກໂນໂລຊີໃໝ່ຂອງການປະຕິວັດອຸດສາຫະກຳຄັ້ງທີ 4, ໃນນັ້ນ, ຫຼາຍທີ່ສຸດແມ່ນປັນຍາປະດິດ. ຕີລາຄາກ່ຽວກັບບັນດາຜະລິດຕະພັນທີ່ໄດ້ຮັບລາງວັນນີ້, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ - ສື່ສານຫວຽດນາມ ຟານເຕິມ ຢືນຢັນວ່າ: ເລື່ອງຍົກອອກບັນດາມາດຕະຖານເຕັກໂນໂລຊີ 4.0 ແລະ ເພີ່ມລາງວັນຫັນປ່ຽນດີຈີຕອນເຂົ້າໃນລະບົບລາງວັນ ໄດ້ເປັນການກຳນົດທິດວິສາຫະກິດຕັ້ງໜ້າປະກອບສ່ວນເຂົ້າຮ່ວມການປະຕິບັດການຫັນຍຸດທະສາດ “ຜະລິດຢູ່ຫວຽດນາມ” ໄດ້ຢ່າງທັນການ, ປະກອບສ່ວນເຂົ້າໃນການຫັນປ່ຽນດີຈີຕອນແຫ່ງຊາດຂອງຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ