ລ້າງ​ເຊີນ: ວັນ​ທີ 3 ບຸນ​ເຕັດ ມີ​ລົດ​ສົ່ງ​ອອກ​ສິນ​ຄ້າ​ເກືອບ 150 ຄັນ

(VOVWORLD) -ໃນມື້ກັບມາເຄື່ອນໄຫວທຳອິດ ພາຍຫຼັງພັກບຸນເຕັດ, ບັນດາກຳລັງເຈົ້າໜ້າທີ່ ໄດ້ປຸກລະດົມບຸກຄະລາກອນ ແລະ ພາຫະນະ ເພື່ອຮັບປະກັນການເຮັດລະບຽບການໃຫ້ວິສາຫະກິດ ແລະ ຜູ້ຂັບລົດໃຫ້ວ່ອງໄວ ແລະ ສະດວກທີ່ສຸດ.
ລ້າງ​ເຊີນ: ວັນ​ທີ 3 ບຸນ​ເຕັດ ມີ​ລົດ​ສົ່ງ​ອອກ​ສິນ​ຄ້າ​ເກືອບ 150 ຄັນ - ảnh 1ລົດບັນທຸກສິນຄ້າສົ່ງອອກຜ່ານດ່ານຊາຍແດນ (ພາບ: congthuong.vn)

ມີລົດສົ່ງອອກສິນຄ້າເກືອບ 150 ຄັນ ໄດ້ເຮັດລະບຽບການພາສີຜ່ານດ່ານຊາຍແດນແຫ່ງຕ່າງໆຢູ່ແຂວງລ້າງເຊີນ ໃນວັນທີ 3 ບຸນເຕັດ ປີແມວ 2023. ຢູ່ດ່ານຊາຍແດນ ເຕີນແທງ ມີລົດຂົນສົ່ງສິນຄ້າ 85 ຄັນ, ຕົ້ນຕໍແມ່ນຜະລິດຕະພັນກະເສດຄື ໝາກມີ້, ໝາກມັງກອນ, ໝາກມວງ, ໝາກໂມ… ໄດ້ເຮັດລະບຽບການພາສີຜ່ານດ່ານ.  ສ່ວນຢູ່ ດ່ານຊາຍແດນສາກົນມິດຕະພາບ, ມີລົດບັນທຸກສິນຄ້າສົ່ງອອກ 52 ຄັນ. ທ່ານ ຟຸ່ງວັນເຫງັຍ, ຮອງຫົວໜ້າຫ້ອງການພາສີຢູ່ດ່ານຊາຍແດນສາກົນ ມິດຕະພາບ ໃຫ້ຮູ້ວ່າ: ໃນມື້ກັບມາເຄື່ອນໄຫວທຳອິດ ພາຍຫຼັງພັກບຸນເຕັດ, ບັນດາກຳລັງເຈົ້າໜ້າທີ່ ໄດ້ປຸກລະດົມບຸກຄະລາກອນ ແລະ ພາຫະນະ ເພື່ອຮັບປະກັນການເຮັດລະບຽບການໃຫ້ວິສາຫະກິດ ແລະ ຜູ້ຂັບລົດໃຫ້ວ່ອງໄວ ແລະ ສະດວກທີ່ສຸດ. ນີ້ແມ່ນການເລີ່ມຕົ້ນທີ່ດີເພື່ອໃຫ້ແຂວງ ລ້າງເຊີນ ເສີມຂະຫຍາຍທ່າແຮງທາງດ້ານເສດຖະກິດຊາຍແດນ ໃນປີ 2023.


ຕອບກັບ

ຂ່າວ/ບົດ​ອື່ນ