ລາຍ​ການ “ທ່ອງ​ທ່ຽວ​ຮ່າ​ໂນ້ຍ ສະ​ບາຍ​ດີ 2024 - Get on Hanoi 2024”ໄດ້​ຈັດ​ຂຶ້ນ​ຢ່າ​ງ​ຟົດ​ຟື້ນ

(VOVWORLD) - ລາຍການດຳເນີນດ້ວຍຫຼາຍການເຄື່ອນໄຫວທີ່ເປັນເອກະລັກ, ພິເສດແມ່ນການສະແດງສິລະປະ ທີ່ມີລັກສະນະປະຫວັດສາດ ແລະ ການສະແດງແສງສະຫວ່າງ ເຕັກໂນໂລຢີ laser mapping.
ລາຍ​ການ “ທ່ອງ​ທ່ຽວ​ຮ່າ​ໂນ້ຍ ສະ​ບາຍ​ດີ 2024 - Get on Hanoi 2024”ໄດ້​ຈັດ​ຂຶ້ນ​ຢ່າ​ງ​ຟົດ​ຟື້ນ - ảnh 1ພິທີປະກາດຂໍ້ຕົກລົງຮັບຮອງເອົາເຂດທ່ອງທ່ຽວເຍິດເຕິນ ດ້ວຍຫົວຂໍ້ “Get on Hanoi 2024 - ສີສັນໄຕໂຮ່”
(ພາບ: qdnd.vn)

ຕອນບ່າຍວັນທີ 9 ມີນາ, ລາຍການ ທ່ອງທ່ຽວຮ່າໂນ້ຍ ສະບາຍດີ 2024 - Get on Hanoi 2024”  ແລະ ປະກາດຂໍ້ຕົກລົງຮັບຮອງເອົາເຂດທ່ອງທ່ຽວເຍິດເຕິນ ດ້ວຍຫົວຂໍ້ “Get on Hanoi 2024 - ສີສັນໄຕໂຮ່” ໄດ້ໄຂຂຶ້ນ ໃນບໍລິເວນວັດທະນະທຳປະດິດຄິດສ້າງ ໄຕໂຮ່, ຮ່າໂນ້ຍ.

ລາຍການດຳເນີນດ້ວຍຫຼາຍການເຄື່ອນໄຫວທີ່ເປັນເອກະລັກ, ພິເສດແມ່ນການສະແດງສິລະປະ ທີ່ມີລັກສະນະປະຫວັດສາດ ແລະ ການສະແດງແສງສະຫວ່າງ ເຕັກໂນໂລຢີ laser mapping. ນີ້ແມ່ນການສະແດງສິລະສົມທົບປັດໄຈປະຫວັດສາດ ແລະ ການສະແດງທັນສະໄໝ, ນຳມາເຊິ່ງເລື່ອງລາວ ກ່ຽວກັບຮ່າໂນ້ຍ ທີ່ຢອດຢ້ຽມ ແລະ ພັດທະນາ, ດ້ວຍການເຂົ້າຮ່ວມຂອງນັກສະແດງທີ່ເປັນມືອາຊີບເກືອບ 50 ຄົນ ແລະ ປະຊາຊົນ 150 ຄົນ.

ນີ້ແມ່ນໂອກາດເພື່ອໃຫ້ຂະແໜງທ່ອງທ່ຽວນະຄອນສືບຕໍ່ໂສຄະນາ ພາບພົດສະຖານທີ່ນັດພົດ ຮ່າໂນ້ຍ “ປອດໄພ - ໄມຕິຈິດ - ມີຄຸນນະພາບ - ດຶດງູດໃຈ”, ເພື່ອແນໃສ່ດຶງດູດແຂກທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ