ລາຍ​ການ “ນ້ຳ​ໃຈ​ຄວາມ​ຮັກ​ແພງ​ລະ​ຫວ່າງທະ​ຫານ ແລະ ປະ​ຊາ​ຊົນ” ເຊີດ​ຊູ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ໃນ​ການ​ປ້ອງ​ກັ​ນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ຕອນຄ່ຳວັນທີ 19 ທັນວາ, ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ລາຍການ “ນ້ຳໃຈຄວາມຮັກແພງ ລະຫວ່າງ ທະຫານ ແລະ ປະຊາຊົນ” - ລາຍການພົວພັນແລກປ່ຽນວັດທະນະທຳສິລະປະ, ເຊີດຊູບັນດາແບບຢ່າງດີເດັ່ນໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໂດຍ ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແລະ ສະຖານີໂທລະພາບ ຫວຽດນາມ ສົມທົບກັນຈັດຕັ້ງຂຶ້ນ.

ລາຍ​ການ “ນ້ຳ​ໃຈ​ຄວາມ​ຮັກ​ແພງ​ລະ​ຫວ່າງທະ​ຫານ ແລະ ປະ​ຊາ​ຊົນ”  ເຊີດ​ຊູ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນ​ໃນ​ການ​ປ້ອງ​ກັ​ນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ລາຍການ

ລາຍການໄດ້ຖ່າຍທອດສົດຢູ່ສະຖານທີ່ເຊື່ອມຕໍ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ. ໃນລາຍການ, ທ່ານຜູ້ຊົມໄດ້ຮັບຊົມລາຍການສະແດງສິລະປະດີເດັ່ນ ແລະ ພິເສດແມ່ນບັນດາເລື່ອງລາວຕົວຈິງທີ່ເຕັມໄປດ້ວຍຄວາມຕື້ນຕັນໃຈ ຜ່ານບັນດາສາລະຄະດີ. ຈຸດພົ້ນເດັ່ນໃນລາຍການແມ່ນ ບັນດາການພົວພັນແລກປ່ຽນ ກັບບັນດາແບບຢ່າງທີ່ດີເດັ່ນ ນັກຮົບທະຫານປະຊາຊົນຢູ່ທຸກແຖບຖິ່ນ, ບັນດາແຂວງ, ນະຄອນ ໃນທົ່ວປະເທດ ໃນການປ້ອງກັນຕ້ານໂລກລະບາດໂຄວິດ - 19. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

ລາຍການ "ນ້ຳໃຈຄວາມຮັກແພງລະຫວ່າງ ທະຫານ ແລະ ປະຊາຊົນ" ມີຄຸນຄ່າກຳລັງແຮງພາຍໃນທີ່ສຳຄັນ ປະກອບສ່ວນໃນການຍາດໄດ້ໄຊຊະນະໃນບັ້ນຕໍ່ສູ້ປົກປັກຮັກສາພື້ນຖານເອກະລາດ, ຄວາມເສລີພາບ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ຜ່ານຜ່າບັນດາໄລຍະປະສົບກັບຄວາມຫຍຸ້ງຍາກຂອງປະຫວັດສາດຄືໄລຍະເກີດໂລກລະບາດໂຄວິດ - 19. ທ່ານປະທານໂຮ່ຈີມິນ, ນັກວິລະຊົນແຫ່ງຊາດ, ນັກວັດທະນະທຳທີ່ມີຊື່ສຽງຂອງໂລກ ໄດ້ສັ່ງສອນວ່າ: "ບໍ່ມີປະຊາຊົນ ກໍຈະບໍ່ມີທະຫານ", "ທະຫານກັບປະຊາຊົນຄືປາກັບນ້ຳ".

ທ່ານນາຍົກລັດຖະມົນຕີ ມີຄວາມປາດຖະໜາຢາກໃຫ້ທະຫານສືບຕໍ່ຊ່ວຍເຫຼືອ, ສະໜັບສະໜູນ ປະຊາຊົນ, ປະຕິບັດການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຟື້ນຟູການພັດທະນາເສດຖະກິດ - ສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ