ລາຍການສິລະປະ “ຮ່າໂນ້ຍ ໝາກຫົວໃຈຂອງທົ່ວປະເທດ”

ລາຍການສິລະປະ “ຮ່າໂນ້ຍ ໝາກຫົວໃຈຂອງທົ່ວປະເທດ” - ảnh 1
​ລາຍ​ການ​ສະ​ແດງ​ສິ​ລະ​ປະ ດ້ວຍ​ຫົວ​ຂໍ້​ວ່າ: “ຮ່າ​ໂນ້ຍ ໝາກ​ຫົວ​ໃຈ​ຂອງ​ທົ່ວ​ປະ​ເທດ”
ພາບ:qdnd

(vovworld)-  ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 62 ປີ​ແຫ່ງວັນ​ປົດ​ປ່ອຍ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ (10/10/1954-10/10/2016), ຕອນ​ຄ່ຳ​ວັນ​ທີ 10/10 ຢູ່ ຮ່າ​ໂນ້ຍ ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ດ້ວຍ​ຫົວ​ຂໍ້​ວ່າ: “ຮ່າ​ໂນ້ຍ ໝາກ​ຫົວ​ໃຈ​ຂອງ​ທົ່ວ​ປະ​ເທດ”. ລາຍ​ການ​ສະ​ແດງ​ສິ​ລະ​ປະ​ດັ່ງ​ກ່າວ ແມ່ນ​ຍ້ອງ​ຍໍ​ສັນ​ລະ​ເສີນ ພັກ​ກອມ​ມູ​ນິດ​ຫວຽດ​ນາມ ສະ​ຫງ່າ​ລາ​ສີ, ທ່ານ​ປະ​ທານ​ໂຮ່​ຈິ​ມີນ, ຍ້ອ​ງ​ຍໍ​ປະ​ຊາ​ຊົນ ແລະ ກອງ​ທັບ​ວິ​ລະ​ຊົນ, ຍ້ອງຍ​ໍ​ນະ​ຄອນ​ຫລວງ​ແຫ່ງ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີ, ປຸກ​ລຸກ ແລະ ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຮັກ​ຊາດ ແລະ ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ປ​ະ​ເທດ​ຊາດ, ລະ​ດົມ​ກຳ​ລັງ​ແຮງ​ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ. ພ້ອມ​ທັງ​ຊຸກ​ຍູ້​ບັນ​ດາ​ຂະ​ບ​ວ​ນ​ການ​ແຂ່ງ​ຂັນ, ສ້າງ​ກຳ​ລັງ​ຫນູນ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ເສດ​ຖະ​ກິດ​ສັງ​ຄົມ ການ​ປ້ອ​ງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບຢ່າງ​ມີ​ໄຊ, ສ້າງ​ສາ ແລະ ພັດ​ທະ​ນາ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ​ໃຫ້​ສົມ​ກັບ​ນະ​ຄອນ​ດ້ວຍ​ປະ​ຫວັດ​ສາດ​ອະ​ລິ​ຍະ​ທຳ​ນັບ​ພັນ​ປີ ຂອງ​ທັງ​ລອງ ດົງ​ໂດ ຮ່າ​ໂນ້ຍ. ທີ່​ລາຍ​ການ​ສ​ິ​ລະ​ປະ, ຜູ້​ຊົມ​ໄດ້​ຮັບ​ຊົມ​ບັນ​ດາ​ຟີມ​ເອ​ກະ​ສານ​ອັນ​ລ້ຳ​ຄ່າ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ປົດ​ປ່ອຍ​ນະ​ຄອນ​ຫລວງ ໃນ 62 ປີ​ຜ່ານ​ມາ ພ້ອມ​ທັງ​ໄດ້​ຮັບ​ຊົມ​ບັນ​ດາ​ບົດ​ເພງວາດ​ພາບ​ເຖິງ​ໄລ​ຍະ​ເວ​ລາ​ທີ່​ສະ​ຫງ່າ​ອົງ​ອາດ​ຂອງ ທັງ​ລອງ - ຮ່າ​ໂຍ້ຍ.


ຕອບກັບ

ຂ່າວ/ບົດ​ອື່ນ