ລາຍການສະແດງກາຍຍະສິນ “ຄວາມຊົງຈຳພ້ອມກັບການເວລາ”

(VOVWORLD) - ໃນເວລາ 20 ໂມງວັນທີ 27 ກໍລະກົດ ທີ່ໂຮງກາຍຍະສິນສູນກາງ (ຮ່າໂນ້ຍ) ຈະດຳເນີນລາຍການສະແດງສິລະປະທີ່ມີຊື່ວ່າ “ຄວາມຊົງຈຳພ້ອມກັບການເວລາ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນທະຫານເສຍອົງຄະ - ນັບຮົບເສຍສະຫຼະຊີວິດເພື່ອຊາດ (27/07).

ລາຍການດັ່ງກ່າວ ໂດຍສະຫະພັນກາຍຍະສິນ ຫວຽດນາມ ຈັດຕັ້ງດ້ວຍການສົມທົບຂອງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ / ດີໂອຊີນ ຮ່າໂນ້ຍ. ບັນດານັກສິລະປິນສັງກັດ 4 ກອງສະແດງຂອງສະຫະພັນກາຍຍະສິນ ຫວຽດນາມ ພ້ອມກັນເຂົ້າຮ່ວມ. ນີ້ເປັນຄັ້ງທຳອິດ ທີ່ສະຫະພັນກາຍຍະສິນ ຫວຽດນາມ ຈັດຕັ້ງ ລາຍການສະແດງສິລະປະເພື່ອສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ