ລາຍການສະແດງສິລະປະ“ຫົວໃຈຫວຽດນາມ”ຕອບບຸນແທນຄຸນບັນດາວິລະຊົນຊາວໜຸ່ມຕະລຸມບອນ

ລາຍການສະແດງສິລະປະ“ຫົວໃຈຫວຽດນາມ”ຕອບບຸນແທນຄຸນບັນດາວິລະຊົນຊາວໜຸ່ມຕະລຸມບອນ - ảnh 1
ການສະແດງສິລະປະໃນລາຍການ

(vovworld) – ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງຂະ​ບວນການ “ສາມ​ກຽມພ້ອມ” (9/8/1964 – 9/8/2014) ​ແລະ 67 ປີ “ວັນ​ທະຫານ​ເສຍອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ” (27/7/1947 – 27/7/2014), ຕອນ​ຄຳ່​ວັນ​ທີ 22/7, ຢູ່​ຮ່າ​ໂນ້ຍ, ຄະນະ​ປະຈຳ​ຄະນະ​ຊາວ​ໜຸ່ມ​ກຸ່ມ​ບັນດາ​ອົງການ​ສູນ​ກາງ​ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ກະຊວງ​ຕຳຫຼວດ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ ສີ​ລະ​ປະ “ຫົວ​ໃຈ​ຫວຽດນາມ”. ກ່າວ​ຄຳ​ເຫັນ​ທີ່​ລາຍການສະ​ແດງ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ປາດ​ຖະໜາວ່າ: ຄະນະ​ຊາວ​ໜຸ່ມ ກອມ​ມູນິດ ​ໂຮ່ຈີ​ມິນ ສືບ​ຕໍ່​ມີ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ​ເພື່ອ​ເຕົ້າ​ໂຮມ ​ແລະ ກໍ່ສ້າງ​ລຸ້ນຊາວ​ໜຸ່ມທີ່​ມີ​ຄຸນ​ນະ​ທາດ​ການ​ເມືອງ, ມີລະດັບ​ສູງ, ຫົວຄິດ​ປະດິດ​ສ້າງ​ຢ່າງ​ແຮງ, ສືບ​ຕໍ່​ແມ່ນ​ຖັນ​ແຖວປະ​ຈັນ​ບານ​ໃນ​ຂົງ​ເຂດ​ຄົ້ນ​ຄ້ວາ​ວິທະຍາສາດ, ຜະລິດ, ດຳ​ເນີນ​ທຸລະ​ກິດ. ທ່ານ ຫງວຽນ​ທ້ຽນ​ເຍີນ, ​ເນັ້ນ​ໜັກ​ວ່າ:

        “ລາຍການ​ນີ້​ຈະ​ປຸກ​ລຸກໃຫ້ມູນ​ເຊຶ້ື້ອຮັກ​ຊາດ, ນ້ຳ​ໃຈ​ກຽມພ້ອມ​ສະຫຼະ​ຊີວິດເພື່ອ​ປະ​ເທດ​ຊາດ​​ໃຫ້​​ແກ່ຊາວ​ໜຸ່ມ ຫວຽດນາມ ນັບ​ລ້ນຄົນ​ທີ່ພວມ​​ເຮັດ​ວຽກ, ຮຳ່ຮຽນ​ຢູ່​ບັນດາ​ອົງການ​ສູນ​ກາງ​, ກຳລັງ​ປະກອບ​ອາວຸດ ​ແລະ​ ຄະນະ​ຊາວ​ໜຸ່ມ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ. ​ໂດຍ​ຕາງໜ້າ​ໃຫ້​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ຂ້າພະ​ເຈົ້າຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຂໍ້​ລິ​ເລີ່​ມມານະ​ພະຍາຍາມ, ຜົນງານ​ເຊິ່ງຊາວ​ໜຸ່ມ​ກຸ່ມ​ບັນດາ​ອົງການ​ສູນ​ກາງ ​ແລະ ຕຳຫຼວ​ດປະຊາຊົນ​ໄດ້​ຜັນ​ຂະຫຍາຍ ​ແລະ ບັນລຸ​​ໄດ້ຜົນ​ງານໃນ​ໄລຍະ​ຜ່ານ​ມາ. ພວກ​ເຮົາ​ເຊື່ອ​ໝັ້ນ​ວ່າ, ລຸ້ນໜຸ່ມ​ປະຈຸ​ບັນຈະ​ສືບ​ທອດ​ມູນ​ເຊື້ອ ສາມ​ກຽມພ້ອມ​ຂອງ 50 ປີ​ກ່ອນ​ເພື່ອ​ສ້າງສາ​ປະ​ເທດ​ ຫວຽດນາມ​ ​ໃຫ້​ນັບມື້ນັບ​ໃຫຍ່​ໂຕ​ໂອ​ໂຖງ, ສວຍ​ງາມ​ກ່ວາ​ຄື​ດັ່ງ​ຄວາມ​ມຸ້ງ​ຫວັງ​ຂອງ​ລຸງ​ໂຮ່ ທີ່​​ແສນ​ເຄົາລົບ​ຮັກ”

 


ຂ່າວ/ບົດ​ອື່ນ