ລາວ ມອບຫຼຽນ​ໄຊ​ມິ​ດ​ຕະ​ພາບ​ໃຫ້​ແກ່ ທ່ານ​ຫົວ​ໜ້າສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ປາກ​ເຊ

(VOVWORLD) - ທ່ານ ຫງວຽນວັນຈູງ ຢັ້ງຢືນວ່າ ເລື່ອງໄດ້ຮັບລາງວັນອັນສູງສົ່ງກົງກັບໂອກາດວັນຊາດ ຫວຽດນາມນັ້ນ ແມ່ນຄວາມເປັນກຽດຢ່າງຍິ່ງ ແລະ ມີຄວາມໝາຍສຳຄັນ ພ້ອມທັງເປັນແຫຼ່ງກຳລັງໃຈຢ່າງໃຫຍ່ຫຼວງສຳລັບພາລະກອນ, ພະນັກງານສະຖານກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນ ປາກເຊ. 
ລາວ ມອບຫຼຽນ​ໄຊ​ມິ​ດ​ຕະ​ພາບ​ໃຫ້​ແກ່ ທ່ານ​ຫົວ​ໜ້າສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ປະ​ຈຳ ປາກ​ເຊ - ảnh 1ການປະດັບຫຼຽນໄຊໃຫ້ແກ່ທ່ານຫງວຽນວັນຈູງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ປາກເຊ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີ (2/9/1945-2/9/2023), ວັນທີ 1 ກັນຍາ, ຢູ່ນະຄອນ ປາກເຊ (ລາວ), ໄດ້ດຳເນີນພິທີມອບຫຼຽນໄຊມິດຕະພາບຂອງລັດຖະບານ ລາວ ໃຫ້ແກ່ ທ່ານ ຫງວຽນວັນຈູງ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ນະຄອນ ປາກເຊ. ກ່າວຄຳເຫັນນະທີ່ນີ້, ທ່ານ ຫງວຽນວັນຈູງ ຢັ້ງຢືນວ່າ ເລື່ອງໄດ້ຮັບລາງວັນອັນສູງສົ່ງກົງກັບໂອກາດວັນຊາດ ຫວຽດນາມນັ້ນ ແມ່ນຄວາມເປັນກຽດຢ່າງຍິ່ງ ແລະ ມີຄວາມໝາຍສຳຄັນ ພ້ອມທັງເປັນແຫຼ່ງກຳລັງໃຈຢ່າງໃຫຍ່ຫຼວງສຳລັບພາລະກອນ, ພະນັກງານສະຖານກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນ ປາກເຊ. ທ່ານ ຫງວຽນວັນຈູງ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ພ້ອມກັບພາລະກອນ, ພະນັກງານສະຖານກົງສູນໃຫຍ່ ເຮັດຈົນສຸດຄວາມສາມາດຂອງຕົນ, ປະກອບສ່ວນພັດທະນາສາຍພົວພັນແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນຢ່າງບໍ່ຢຸດຢັ້ງ.


ຕອບກັບ

ຂ່າວ/ບົດ​ອື່ນ