ລາວ, ໄທ ຄົ້ນຄ້ວາການສ້າງເສັ້ນທາງຄວາມໄວສູງໃໝ່ເຊື່ອມຕໍ່ກັບເຂດຊາຍແດນ ຫວຽດນາມ

(VOVWORLD) -   ຕາມອຳນາດການປົກຄອງແຂວງ ສະຫວັນນະເຂດແລ້ວ, ເສັ້ນທາງຄວາມໄວສູງຈະຊຸກຍູ້ການພົວພັນແລກປ່ຽນດ້ານເສດຖະກິດ ຍ້ອນວ່າໃຫ້ແຂວງນີ້ນອນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ ທີເຊື່ອມຕໍ່ກັບເຂດ ອີສານປະເທດ ໄທ.

ວັນທີ 23 ສິງຫາ, ສື່ສານ ລາວ ໄດ້ໃຫ້ຂ່າວວ່າ: ບັນດາເຈົ້າໜ້າທີ່ຂອງປະເທດນີ້ ແລະ ໄທ ໄດ້ປຶກສາຫາລືແຜນການທີ່ມີຄວາມເປັນໄປໄດ້ເພື່ອສ້າງເສັ້ນທາງຄວາມໄວສູງຈາກນະຄອນ  ໄກສອນ ພົມວິຫານ, ເມືອງເອກຂອງແຂວງ ສະຫວັນນະເຂດ, ທາງພາກກາງ ສປປ ລາວ, ໄປຮອດດ່ານຊາຍແດນ ລາວບ໋າວ ຂອງ ຫວຽດນາມ. ທ່ານ ແສນສັກ ສຸລິສັກ, ຮອງເຈົ້າແຂວງ ແຂວງສະຫວັນນະເຂດ ໄດ້ສະເໜີແຜນການກໍ່ສ້າງເສັ້ນທາງຄວາມໄວສູງມີຄວາມຍາວ 160 ກມ ດັ່ງກ່າວກັບທ່ານອະດີດລັດຖະມົນຕີພະລັງງານ ໄທ ສິນທິຣັດ ສົນທິຈິລະວົງ. ທ່ານ ສິນທິຣັດ ສົນທິຈິລະວົງ ໃຫ້ຮູ້ຕື່ມອີກວ່າ: ໄປຄຽງຄູ່ກັບການສ້າງເສັ້ນທາງຄວາມໄວສູງດັ່ງກ່າວ, ເລື່ອງລົງທຶນກໍ່ສ້າງໂຮງແຮມ 5 ດາວ ແລະ ສະໜາມ ກ໊ອບ, ການບໍລິການຂົນສົ່ງສາກົນ… ຈະຊ່ວຍຊຸກຍູ້ການພັດທະນາຂອງແຂວງ ສະຫວັນນະເຂດກ່ວາອີກ.

        ຕາມອຳນາດການປົກຄອງແຂວງ ສະຫວັນນະເຂດແລ້ວ, ເສັ້ນທາງຄວາມໄວສູງຈະຊຸກຍູ້ການພົວພັນແລກປ່ຽນດ້ານເສດຖະກິດ ຍ້ອນວ່າໃຫ້ແຂວງນີ້ນອນໃນແລວເສດຖະກິດຕາເວັນອອກ - ຕາເວັນຕົກ ທີເຊື່ອມຕໍ່ກັບເຂດ ອີສານປະເທດ ໄທ.

ຕອບກັບ

ຂ່າວ/ບົດ​ອື່ນ