ລາວດຳເນີນພິທີແຫ່ຂະບວນ, ສວນສະໜາມສະເຫຼີມສະຫຼອງ 40 ປີແຫ່ງວັນຊາດ ລາວ

ລາວດຳເນີນພິທີແຫ່ຂະບວນ, ສວນສະໜາມສະເຫຼີມສະຫຼອງ 40 ປີແຫ່ງວັນຊາດ ລາວ - ảnh 1
ພິ​ທີ​ແຫ່​ຂະ​ບວນ, ສວນ​ສະ​ໜາມໄດ້​ເລີ່ມດຳ​ເນີນ​ດ້ວຍ​ການກວດກອງ​ກຳ​ລັງ​ຂອງ​ການ​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ


(vovworld)- ຕອນ​ເຊົ້າ​ວັນ​ທີ 2/12, ຢູ່​ນະ​ຄອນຫຼວງວຽງ​ຈັນ, ໄດ້​ດຳ​ເນີນ​ພິ​ທີ​ແຫ່​ຂະ​ບວນ, ສວນ​ສະ​ໜາມ​ຢ່າງ​ສົມ​ກຽດເພື່ອສະ​ເຫຼີມ​ສະຫຼອງ 40 ປີ​ແຫ່ງວັນຊາດ​ປະ​ເທດ ສ.ປ.ປ. ລາວ (2/12/1975-2/12/2015) ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ຈູມ​ມາ​ລີ ໄຊ​ຍະ​ສອນ, ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ປາ​ນີ​ ຢາ​ທໍ​ຕູ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ສິງ​ ທຳ​ມະ​ວົງ. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ໂດຍ​ທ່ານ ເລ​ຮົ່ງ​ແອງ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ສູນ​ກາງນຳ​ໜ້າ​ກໍ​ໄດ້​ເຂົ້າ​ຮ່ວມ. ກ່າວ​ຄຳ​ເຫັນ​ທີ່ພິ​ທີສະ​ເຫຼີມ​ສະຫຼອງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ລາວ ຈູມ​ມາ​ລີ ໄຊ​ຍະ​ສອນ ໄດ້​ທົບ​ທວນ​ຄືນ​ບັນ​ດາຫຼັກ​ໝາຍ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ແຫ່ງ​ປະ​ຫວັດ​ສາດ​ຂອງ​ຊາດ​ລາວ ແລະ ຢືນ​ຢັນ​ວ່າ ການ​ປະ​ກາດ​ເອ​ກະ​ລາດ, ສະ​ຖາ​ປະ​ນາ​ປະ​ເທດ ສ.ປ.ປ. ລາວ ແມ່ນ​ໝາກ​ຜົນ​ສູງ​ສຸດ​ຂອງ​ການ​ປະ​ຕິ​ວັດ​ຊາດ, ປະ​ຊາ​ທິ​ປະ​ໄຕ​ຊຶ່ງ​ໄດ້​ດຳ​ເນີນ​ໃນຫຼາຍ​ທົດ​ສະ​ວັດ​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ໂດຍ​ພາຍ​ໃຕ້​ການ​ນຳ​ພາ​ອັນ​ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິວັດ​ລາວ.

ຂ່າວ/ບົດ​ອື່ນ