ລາວ-ຫວຽດນາມ ລົງນາມຮ່ວມມືໂຄງການປູກ ຢາງພາລາ ແລະ ສ້າງຕັ້ງໂຮງງານປຸງແຕ່ງ

(VOVWORLD) - ມູນຄ່າການລົງທຶນ ໃນເບື້ອງຕົ້ນ 6.500.000 ໂດລາສະຫະລັດ ຫລັງຈາກໂຄງການມີການຂະຫຍາຍຕົວ ຈະເພີ່ມມູນຄ່າການລົງທຶນເປັນ 9.671.430 ໂດລາສະຫະລັດ, 
ລາວ-ຫວຽດນາມ ລົງນາມຮ່ວມມືໂຄງການປູກ ຢາງພາລາ ແລະ ສ້າງຕັ້ງໂຮງງານປຸງແຕ່ງ - ảnh 1 ພິທີເຊັນສັນຍາ ສຳປະທານໂຄງການປູກຢາງພາລາ ແລະ ສ້າງຕັ້ງໂຮງງານປຸງແຕ່ງຢາງພາລາ

ຕາມສຳນັກຂ່າວສານ ລາວ. ພິທີເຊັນສັນຍາ ສຳປະທານໂຄງການປູກຢາງພາລາ ແລະ ສ້າງຕັ້ງໂຮງງານປຸງແຕ່ງຢາງ ພາລາ ຢູ່ເຂດເມືອງສະໝ້ວຍ ແຂວງສາລະວັນ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ກາວຊູກວາງຈິ ຈຳກັດ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນ ໃນວັນທີ 29 ພະຈິກ ທີ່ກະຊວງແຜນການ ແລະ ການລົງທຶນ, ເຊິ່ງຕາງໜ້າລັດຖະບານລາວລົງນາມໂດຍທ່ານ ຄຳລຽນ ພົນເສນາ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ວັນລືວ ຜູ້ອຳນວຍການບໍລິສັດ ກາວຊູກວາງຈິ ຈຳກັດ, ໂດຍມີ ທ່ານ ຄຳພັນ ເໜືອນສິດທິດາ ຫົວໜ້າຫ້ອງການ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ໄຊຍະເດດ ວົງສາລະວັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ແຂວງສາລະວັນ, ທ່ານ ຫງວຽນຮືວແຮ້ງ ປະທານບໍລິສັດ ກາວຊູກວາງຈິ ຈຳກັດ ເຂົ້າຮ່ວມເປັນສັກຂີພິຍານ.
ໂຄງການດັ່ງກ່າວ, ມີເນື້ອທີ່ດິນຈຳນວນ 500 ເຮັກຕາ, ຢູ່ເຂດເມືອງສະໝ້ວຍ ແຂວງສາລະວັນ, ມູນຄ່າການລົງທຶນ ໃນເບື້ອງຕົ້ນ 6.500.000 ໂດລາສະຫະລັດ ຫລັງຈາກໂຄງການມີການຂະຫຍາຍຕົວ ຈະເພີ່ມມູນຄ່າການລົງທຶນເປັນ 9.671.430 ໂດລາສະຫະລັດ, ໂດຍມີອາຍຸສຳປະທານ 30 ປີສາມາດຕໍ່ໄດ້ຕາມການຕົກລົງເຫັນດີ ຂອງລັດຖະບານ, ສຳລັບການກໍ່ສ້າງ ແມ່ນໃຫ້ສຳເລັດພາຍໃນ 7 ປີ ນັບຕັ້ງແຕ່ມື້ປູກຢາງພາລາ. ສາມາດສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນຫລາຍກວ່າ 500 ຄົນ ແລະ ແຮງງານຕ່າງປະເທດ 100 ກວ່າຄົນ. ນອກນັ້ນ, ທາງບໍລິສັດ ຍັງຕ້ອງປະຕິບັດຕາມສັນຍາຟື້ນຟູສິ່ງແວດລ້ອມໃນ ພື້ນທີ່ໂຄງການ ແລະ ແຜນພື້ນຟູສິ່ງແວດລ້ອມ ເພື່ອພັດທະນາຕາມທິດສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ