ລາວ-ຫວຽດນາມ ວາງຄາດໝາຍຂຸດຄົ້ນອັດຖິ ທະຫານ ອາສາສະໝັກໃຫ້ໄດ້ 80 ອັດຖິ ຢູ່ 3 ແຂວງ

(VOVWORLD) - ຄະນະສະເພາະກິດ ຊອກຄົ້ນ,  ຂຸດຄົ້ນອັດຖິ ນັກຮົບທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫລະຊີວິດ ໃນປາງສົງຄາມຢູ່ລາວ ວາງຄາດໝາຍສູ້ຊົນຂຸດຄົ້ນອັດຖິໃຫ້ໄດ້  80 ອັດຖິ ຢູ່ 3 ແຂວງຂອງລາວ  ໃນນັ້ນ, ຢູ່ແຂວງຊຽງຂວາງ,  ແຂວງວຽງຈັນ ແລະ ແຂວງໄຊສົມບູນ.

ໃນວັນທີ 26 ກັນຍາ 2018 ນີ້ ໄດ້ມີກອງປະຊຸມພົບປະ  ແລະ ເຊັນບົດບັນທຶກຊ່ວຍຈຳ,  ມອບຕົວເລກຄາດໝາຍການຊອກຄົ້ນ ຂຸດຄົ້ນອັດຖິ  ນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ ເສຍສະຫລະຊີວິດ ໃນປາງສົງຄາມຢູ່ລາວ  ຈຳນວນດັ່ງກ່າວ  ຢູ່ຫ້ອງວ່າການແຂວງຊຽງຂວາງ ໂດຍມີທ່ານ  ບົວສອນ ສີນວນທອງ ຮອງເຈົ້າແຂວງໆຊຽງຂວາງ,  ທ່ານພົນ ຈັດຕະວາ ບຸນມາ ວົງດາລາແສນ  ຫົວໜ້າການເມືອງກອງບັນຊາການ ທະຫານແຂວງວຽງຈັນ, ທ່ານ ບຸນສຸກ ຈອມວິສານ ປະທານສະພາປະຊາຊົນ ແຂວງໄຊສົມບູນ ພ້ອມດ້ວຍຄະນະ  ແລະ ແຂວງເຫງະອານ ສສ ຫວຽດນາມ ນຳໂດຍທ່ານ ເລ ຫງ໋ອກ ຮວາ  ຮອງປະທານຄະນະກຳມະການປະຊາ ຊົນແຂວງເຫງະອານ   ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມໄດ້ຮັບຟັງການລາຍງານສະຫລຸບ  ການຮ່ວມມືວຽກງານສະເພາະກິດ 4 ແຂວງ  ຂອງລາວ-ຫວຽດນາມ ສົກປີ 2017-2018  ແລະ ທິດທາງການຮ່ວມມືໃນສົກປີ  2018-2019 ໂດຍສືບຕໍ່ຂຸດຄົ້ນອັດຖິຢູ່ 3 ແຂວງຂອງລາວຄື:  ແຂວງຊຽງຂວາງ, ວຽງຈັນ ແລະ ແຂວງໄຊສົມບູນ,  ພ້ອມທັງໃຫ້ເພີ່ມທະວີສຶກສາອົບຮົມໃຫ້ປະຊາຊົນ  ເຂົ້າໃຈຕໍ່ແນວທາງນະໂຍບາຍການຊອກຄົ້ນ,  ຂຸດຄົ້ນອັດຖິນັກຮົບອາສາສະໝັກ ແລະ ຊ່ຽວຊານຫວຽດ ນາມ  ຂອງສອງລັດຖະບານລາວ-ຫວຽດນາມ.

ຕາມ:ຂປລ

ຕອບກັບ

ຂ່າວ/ບົດ​ອື່ນ