ລາວຮ່ຳຮຽນເອົາບົດຮຽນໃນການຄຸ້ມຄອງທີ່ດິນຂອງ ຫວຽດນາມ

(VOVWORLD) - ປະຈຸບັນ, ກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນຂອງລາວ ພວມຢູ່ໃນວິວັດການຮຽບຮຽງ. ດັ່ງນັ້ນ, ການຢ້ຽມຢາມຂອງຄະນະຜູ້ແທນແມ່ນເພື່ອແນໃສ່ຮ່ຳຮຽນເອົາບົດຮຽນ ກ່ຽວກັບການຄຸ້ມຄອງທີ່ດິນຂອງ ຫວຽດນາມ 
ລາວຮ່ຳຮຽນເອົາບົດຮຽນໃນການຄຸ້ມຄອງທີ່ດິນຂອງ ຫວຽດນາມ - ảnh 1ທ່ານ ບຸນປອນ ສີສຸລາດ ແລະ ທ່ານນາງ ຫງວຽນທິກວຽດເຕີມ 

ວັນທີ 11 ມັງກອນ, ທ່ານນາງ ຫງວຽນທິກວຽດເຕີມ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບ ທ່ານ ບຸນປອນ ສີສຸລາດ, ຫົວໜ້າກຳມາທິການເສດຖະກິດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ລາວ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

        ທ່ານນາງ ຫງວຽນທິກວຽດເຕີມ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສະພາປະຊາຊົນນະຄອນ ໂຮ່ຈີມິນ ຈະມານະພະຍາຍາມສະໜິດຕິດພັນກັບສະພາປະຊາຊົນບັນດາທ້ອງຖິ່ນຂອງລາວ ເພື່ອແນໃສ່ແບ່ງປັນບົດຮຽນໃນການເຄື່ອນໄຫວຂອງອົງການເປັນຕົວແທນຂອງປະຊາຊົນໃນທ້ອງຖິ່ນ, ປະກອບສ່ວນເຮັດໃຫ້ການພົວພັນ ຫວຽດນາມ - ລາວ ໃຫ້ນັບມື້ນັບຮອບດ້ານ, ເລິກເຊິ່ງກ່ວາ.

        ສ່ວນທ່ານ ບຸນປອນ ສີສຸລາດ ໃຫ້ຮູ້ວ່າ: ປະຈຸບັນ, ກົດໝາຍວ່າດ້ວຍການຄຸ້ມຄອງທີ່ດິນຂອງລາວ ພວມຢູ່ໃນວິວັດການຮຽບຮຽງ. ດັ່ງນັ້ນ, ການຢ້ຽມຢາມຂອງຄະນະຜູ້ແທນແມ່ນເພື່ອແນໃສ່ຮ່ຳຮຽນເອົາບົດຮຽນ ກ່ຽວກັບການຄຸ້ມຄອງທີ່ດິນຂອງ ຫວຽດນາມ ກໍ່ຄືຂອງນະຄອນ ໂຮ່ຈີມິນ ແລະ ບັນດາບົດຮຽນນີ້ຈະໄດ້ຮັບການຄັດເລືອກເພື່ອນຳເຂົ້າກົດໝາຍວ່າດ້ວຍການຄຸ້ມຄອງ ທີ່ດິນຂອງລາວ. ສະພາແຫ່ງຊາດກໍ່ປາດຖະໜາວ່າ ສະພາປະຊາຊົນນະຄອນໂຮ່ຈີມິນ ຈັດສົ່ງຄະນະ ໄປເຮັດວຽກ ແລະ ແບ່ງປັນບົດຮຽນໃນການເຄື່ອນໄຫວກັບບັນດາທ້ອງຖິ່ນຂອງລາວ ໂດຍໄວໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ