ວັງ Kremlin ກະຕຸກຊຸກຍູ້ດຳເນີນການພົບປະສຸດຍອດ ລັດເຊຍ - ອາເມລິກາ ໂດຍໄວ

(VOVWORLD) - ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ອາເມລິກາ Donald Trump ອາດຈະພົບປະ ແລະ ດຳເນີນກອງປະຊຸມເຈລະຈາໃນຈຸດເວລາກ່ອນທີ່ດຳເນີນກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນໃໝ່ກ່ວາໝູ່ໃນໂລກ (G20) ຈະມາເຖິງຢູ່ ຍີ່ປຸ່ນ ໃນເດືອນ ມິຖຸນາ 2019

ທ່ານ Yuri Ushakov ຜູ້ຊ່ວຍວຽກຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ຍົກອອກຄຳເຫັນດັ່ງກ່າວຕໍ່ວົງການນັກຂ່າວໃນວັນທີ 02 ທັນວາ. ທ່ານ Yuri Ushakov ເນັ້ນໜັກວ່າ ສິ່ງທີ່ສຳຄັນສຳລັບ 2 ປະເທດ ແມ່ນຊອກຫາວິທີດຳເນີນການພົບປະນີ້ໂດຍໄວກ່ວາ, ກ່ອນທີ່ດຳເນີນກອງປະຊຸມສຸດຍອດ G20 ຈະມາເຖິງ.

        ທ່ານປະທານາທິບໍດີ Vladimir Putin ແລະ ທ່ານປະທານາທິບໍດີ Donald Trump ພຽງແຕ່ມີການພົບປະສັ້ນໆຢູ່ນອກກອງປະຊຸມສຸດຍອດ G20 ຄັ້ງນີ້ຢູ່ ອາກຊັງຕິນ ເທົ່ານັ້ນ ເຊິ່ງບໍ່ດຳເນີນການພົບປະເຈລະຈາພາຍຫລັງການນຳ ອາເມລິກາ ຖະແຫຼງຍົກເລີກການພົບປະຕາມແຜນການທີ່ຄາດຄະເນໄດ້ກັບການນຳ ລັດເຊຍ ຍ້ອນເຫດຜົນລັດເຊຍ ກັກກ່ຳປັ່ນ ຢູແກຼນ ຢູ່ເຂດຊ່ອງແຄບທະເລ Kerch.

ຕອບກັບ

ຂ່າວ/ບົດ​ອື່ນ